• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົວພັນລະຫວ່າງກຳມະບານຂັ້ນກະຊວງ, ຂັ້ນແຂວງຂອງລາວ ແລະ ສະມາພັນຂັ້ນກະຊວງ ແລະ ຂັ້ນແຂວງຂອງຫວຽດນາມ

ນອກຈາກ ສູນກາງສະຫະພັນກຳມະບານລາວມີການພົວພັນຮ່ວມມືກັບສະມາພັນໃຫຍ່ແຮງງານ ຫວຽດນາມແລ້ວ ກໍາມະບານຂັ້ນກະຊວງ ແລະ ກໍາມະບານຂັ້ນແຂວງຂອງ ສປປ ລາວ ກັບບັນດາກະຊວງ, ສະມາພັນແຮງງານແຂວງຂອງ ສສ ຫວຽດນາມ ກໍໄດ້ມີການເຊັນບົດບັນທຶກການຮ່ວມມືຢ່າງກວ້າງຂວາງ.

  (ການຮ່ວມມືລະຫວ່າງສອງອົງການເພື່ອແນໃສ່ເສີມສ້າງສາຍພົວພັນຮ່ວມມື ລະຫວ່າງສອງປະເທດ

ໃຫ້ແໜ້ນແຟ້ນຍິ່ງຂຶ້ນ)  

 ໂດຍປະຕິບັດຕາມແນວທາງ, ນະໂຍບາຍຂອງພັກ ແລະ ລັດ ກ່ຽວກັບການເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືໃຫ້ນັບມື້ເລິກເຊິ່ງ ໃນຫຼາຍລະດັບ ແລະ ກວ້າງຂວາງຫຼາຍຂຶ້ນລະຫວ່າງ ສປປ ລາວ ແລະ ຫວຽດນາມ ໃນໄລຍະຜ່ານມາຈົນເຖິງປັດຈຸບັນ, ນອກຈາກ ສູນກາງສະຫະພັນກຳມະບານລາວມີການພົວພັນຮ່ວມມືກັບສະມາພັນໃຫຍ່ແຮງງານ ຫວຽດນາມແລ້ວ ກໍາມະບານຂັ້ນກະຊວງ ແລະ ກໍາມະບານຂັ້ນແຂວງຂອງ ສປປ ລາວ ກັບບັນດາກະຊວງ, ສະມາພັນແຮງງານແຂວງຂອງ ສສ ຫວຽດນາມ ກໍໄດ້ມີການເຊັນບົດບັນທຶກການຮ່ວມມືຢ່າງກວ້າງຂວາງ.

ສ່ວນຂັ້ນແຂວງ: ສະຫະພັນກຳມະບານແຂວງຫົວພັນ ໄດ້ມີການພົວພັນຮ່ວມມືກັບສະມາພັນແຮງງານແຂວງແທງຫົວ ແລະ ແຂວງ ເຊີນລາ, ແຂວງຊຽງຂວາງ ໄດ້ມີການພົວຮ່ວມມືກັບ ແຂວງເງະອານ, ແຂວງອຸດົມໄຊ ໄດ້ມີການພົວພັນຮ່ວມມືກັບ ແຂວງດຽນບຽນ ແລະ ແຂວງເຊີນລາ, ແຂວງບໍ່ແກ້ວ ໄດ້ມີການພົວພັນຮ່ວມມືກັບ ແຂວງດຽນບຽນ ແລະ ແຂວງເຊີນລາ….

ສໍາລັບການແລກປ່ຽນວຽກງານການເຄື່ອນໄຫວຂັ້ນຂະແໜງການ ແລະ ກຳມະບານທ້ອງຖິ່ນ ສະຫະພັນກຳມະບານແຂວງຂອງ ສປປ ລາວ ໄດ້ສົ່ງ 23 ຄະນະຜູ້ແທນຂັ້ນຂະແໜງການ ແລະ ທ້ອງຖິ່ນຂອງກຳມະບານ ເຂົ້າຮ່ວມໃນຄະນະໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ. ສະມາພັນກໍາມະບານແຂວງຂອງ ສສ ຫວຽດນາມ ມາຢ້ຽມຢາມລາວ ມີ 26 ຄະນະຜູ້ແທນຂັ້ນຂະແໜງການ ແລະ ກຳມະບານທ້ອງຖິ່ນຂອງຫວຽດນາມ ມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວ.
ສໍາລັບການຊ່ວຍເຫຼືືອທາງດ້ານສະມາພັນແຮງງານຂັ້ນທ້ອງຖິ່ນຂອງ ສສ ຫວຽດນາມ ກໍໄດ້ໃຫ້ການຊ່ວຍເຫຼືອໃຫ້ແກ່ກຳມະບານແຂວງຕ່າງໆຂອງລາວ ຜ່ານການເຄື່ອນໄຫວພົວພັນຮ່ວມມືລະຫວ່າງ

ບັນດາເຫດການດັ່ງກ່າວນີ້ເພື່ອແນໃສ່ ເສີມສ້າງສາຍພົວພັນຮ່ວມມື, ຄວາມສາມັກຄີທີ່ເປັນມູນເຊື້ອອັນດີງາມທີ່ມີມາແຕ່ດົນນານລະຫວ່າງສອງອົງການຈັດຕັ້ງຂອງທັງສອງປະເທດໃຫ້ແໜ້ນແຟ້ນຍິ່ງຂຶ້ນ.


(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top