• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົບ​ປະ​ແລກ​ປ່ຽນ​​ລະ​ຫວ່າງ ຫວຽດນາມ - ລາວ ຢູ່​ແບນ​ຊິກ

ບັນດາທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມປາດຖະໜາວ່າ ສະຖານທູດ ສອງປະເທດ ປະຈຳ ແບນຊິກ ແລະ ໂຮນລັງ ຈະສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວພົບປະແລກປ່ຽນ ເພື່ອເພີ່ມທະວີຄວາມສະໜິດຕິດພັນລະຫວ່າງພະນັກງານສາມ ອົງການ, ປະກອບສ່ວນເຂົ້າໃນການພົວພັນແບບພິເສດ ຫວຽດນາມ - ລາວ.

ບັນດາທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມປາດຖະໜາວ່າ ສະຖານທູດ ສອງປະເທດ ປະຈຳ ແບນຊິກ ແລະ ໂຮນລັງ ຈະສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວພົບປະແລກປ່ຽນ ເພື່ອເພີ່ມທະວີຄວາມສະໜິດຕິດພັນລະຫວ່າງພະນັກງານສາມ ອົງການ, ປະກອບສ່ວນເຂົ້າໃນການພົວພັນແບບພິເສດ ຫວຽດນາມ - ລາວ.

    

ການພົບປະແລກປ່ຽນລະຫວ່າງ ຫວຽດນາມ - ລາວ ຢູ່ແບນຊິກ (ພາບ: TTXVN)

ຕອນຄ່ຳວັນທີ 29 ກໍລະກົດ, ຢູ່ນະຄອນຫຼວງ Brussels, ປະເທດ ແບນຊິກ, ສະຖານທູດ ຫວຽດນາມ ປະຈຳ ລາຊະອານາຈັກ ແບນຊິກ, ລຸກຊຳບວກ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະພາບເອີລົບ (EU) ພ້ອມກັບສະຖານທູດ ຫວຽດນາມ ປະຈຳ ໂຮນລັງ ຮ່ວມກັນຈັດການເຄື່ອນໄຫວພົບປະກັບສະຖານທູດ ລາວ ປະຈຳ ແບນຊິກ, ຄະນະຜູ້ຕາງໜ້າລາວ ປະຈຳ EU, ທັງປະຈຳ ໂຮນລັງ. ນີ້ແມ່ນໜຶ່ງໃນຫຼາຍການເຄື່ອນໄຫວເພື່ອແນໃສ່ເຊີດຊູປີສາມັກຄີມິດຕະພາບ ຫວຽດນາມ - ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ລາວ (5/9/1962 – 5/9/2022), 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ ລາວ (18/7/1977 – 18/7/2022).

ກ່າວຄຳເຫັນທີ່ການພົບປະ, ທ່ານເອກອັກຄະລັດຖະທູດ - ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ແບນຊິກ ແລະ  EU ຫງວຽນວັນຖາວ, ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂຮນລັງ ຫງວຽນວຽດແອັງ ແລະ ທ່ານ ເອກອັກຄະລັດຖະທູດ ລາວ ພູໂຂງ ສີສຸລາດ ພ້ອມກັນຢັ້ງຢືນເຖິງຄວາມສຳຄັນຂອງການພົວພັນສາມັກຄີແບບ ພິເສດ ລະຫວ່າງ ຫວຽດນາມ - ລາວ ແລະ ເນັ້ນໜັກວ່າ ປີ 2022 ໄດ້ສ້າງຂີດໝາຍສຳຄັນແຫ່ງນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ.

ບັນດາທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມປາດຖະໜາວ່າ ສະຖານທູດ ສອງປະເທດ ປະຈຳ ແບນຊິກ ແລະ ໂຮນລັງ ຈະສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວພົບປະແລກປ່ຽນ ເພື່ອເພີ່ມທະວີຄວາມສະໜິດຕິດພັນລະຫວ່າງພະນັກງານສາມ ອົງການ, ປະກອບສ່ວນເຂົ້າໃນການພົວພັນແບບພິເສດ ຫວຽດນາມ - ລາວ, ພ້ອມທັງຕັ້ງໜ້າໜູນຊ່ວຍເຊິ່ງກັນແລະກັນ ເພື່ອແນໃສ່ເພີ່ມທະວີການພົວພັນຂອງແຕ່ລະຝ່າຍກັບ ແບນຊິກ, ໂຮນລັງ ແລະ EU ໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top