• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົບປະສຸດຍອດ ລະຫວ່າງ ລັດເຊຍ - ອາເມລິກາ ອາດຈະຊ່ວຍສ້າງການສົນທະນາ

      ທ່ານຫວັງວ່າການພົບປະສຸດຍອດກັບຄູ່ຕຳແໜ່ງ ອາເມລິກາ Joe Biden ທີ່ຈະດຳເນີນໃນວັນທີ 16 ມິຖຸນາ ຈະສ້າງໄດ້ການສົນທະນາລະຫວ່າງສອງປະເທດ ແລະ ຟື້ນຟູບັນດາສາຍສຳພັນສ່ວນບຸກຄົນຄືນໃໝ່. 
ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: AFP/TTXVN)
      ວັນທີ 13 ມິຖຸນາ, ສຳນັກຂ່າວສານ Interfax ໄດ້ຄັດສະເໜີຄຳເວົ້າຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ໂດຍໃຫ້ຮູ້ວ່າ ທ່ານຫວັງວ່າການພົບປະສຸດຍອດກັບຄູ່ຕຳແໜ່ງ ອາເມລິກາ Joe Biden ທີ່ຈະດຳເນີນໃນວັນທີ 16 ມິຖຸນາ ຈະສ້າງໄດ້ການສົນທະນາລະຫວ່າງສອງປະເທດ ແລະ ຟື້ນຟູບັນດາສາຍສຳພັນສ່ວນບຸກຄົນຄືນໃໝ່. ການນຳ ລັດເຊຍ ປາດຖະໜາວ່າ ໃນການພົບປະກັບທ່ານປະທານາທິບໍດີ ອາເມລິກາ ໃນຄັ້ງຈະມາເຖິງນີ້ ຢ່າງໜ້ອຍສຸດ ກໍຈະສ້າງເງື່ອນໄຂໃຫ້ແກ່ແກ່ບັນດາການເຈລະຈາກກ່ຽວກັບບັນດາບັນຫາຄວາມໝັ້ນຄົງ, ລວມທັງການຜັນຂະຫຍາຍລະບົບການທະຫານ.
            ຄາດວ່າ, ການນຳສອງປະເທດ ລັດເຊຍ ແລະ ອາເມລິກາ ຈະມີການພົບປະສຸດຍອດ ຢູ່ ເຊີແນວ (ປະເທດສະວິດ) ໃນວັນທີ 16 ມິຖຸນາ. ຈຸດສຸມຂອງການພົບປະຄັ້ງນີ້ ແມ່ນແງ່ຫວັງຂອງການພວົພັນສອງຝ່າຍ, ບັນດາບັນຫາສະຖຽນລະພາບຍຸດທະສາດ ແລະ ບັນດາບັນຫາທີ່ີຈຳເປັນຢ່າງຮີບດ່ວນໃນທົ່ວໂລກ, ໃນນັ້ນ ມີການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19  ແລະ ວິທີການແກ້ໄຂບັນດາການປະທະກັນໃນພາກພື້ນ. 
(ແຫຼ່ງຄັດຈາກ VOV)

ເພີ່ມທະວີການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ລາວ

ເພີ່ມທະວີການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ລາວ

ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​​ການປະ​ສານ​ສົມ​ທົບ​ລ​ະ​ຫວ່າງ​ບັນ​ດາ​ອົງ​ການ​ເສ​ນາ​ທິ​ການ​​ຍຸດ​ທະ​ສາດ ຂອງ ສອງ​ພັກ, ຍູ້​ແຮງ​ການ​ແລກ​ປ່ຽນ​ທິດ​ສະ​ດີ, ແບ່​ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ກ່ຽວ​ກັບ​ການ​ກໍ່​ສ້າງ​ພັກ.

Top