• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົບປະສັງສັນທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານການທະຫານຫວຽດນາມຊ່ວຍການປະຕິວັດລາວ

      ວັນທີ 26 ຕຸລາ ຢູ່ ນະຄອນ ວີງ ແຂວງ ເງ້ອານ, ມີຜູ້ແທນກວ່າ 300 ຄົນ ຊື່ງແມ່ນອະດີດຜູ້ຊ່ຽວຊານ ແລະ ທະຫານອາສາສະໝັກຫວຽດນາມ ໄດ້ຮຽງບ່າຮຽງໄລ່ກັບກອງທັບປະຊາຊົນລາວ ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ ແລະ ຈັກກະພັດ ອາເມລິກາ ໄດ້ເຂົ້າຮ່ວມການພົບປະສັງສັນທີ່ເປັນມູນເຊື້ອ. 

ບັນດາຜູ້ແທນເຂົ້າຮ່ວມການພົບປະສັງສັນ
ພາບ: baoHa tinh
      ນະທີ່ນີ້ ບັນດາຜູ້ແທນໄດ້ຫວນຄືນມູນເຊື້ອ 70 ປີຂອງກຳລັງຜູ້ຊ່ຽວຊານ ແລະ ທະຫານອາສາສະໝັກຫວຽດນາມ ໄດ້ຮຽງບ່າຮຽງໄລ່ກັບກອງທັບປະຊາຊົນລາວ, ອຳນາດການປົກຄອງ ແລະ ປະຊາຊົນລາວບັນດາເຜົ່າໃນການຕໍ່ສູ້, ກໍ່ສ້າງກຳລັງ. ທ່ານ ດັ້ງຮຸ່ງເກ, ປະທານ ສະມາຄົມທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານການທະຫານ ຊ່ວຍການປະຕິບັດລາວ ສາຂາ ແຂວງ ເງ້ອານ ໄດ້ເນັ້ນຫນັກວ່າ:
ທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານຫວຽດນາມ ຊ່ວຍການປະຕິວັດລາວ  ແມ່ນຂົວຕໍ່ແຫ່ງການພົວພັນມິດຕະພາບ ຫວຽດນາມ - ລາວ. ປະຈຸບັນ ອະດີດທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານການທະຫານ ຍາມໃດກໍ່ເສີມຂະຫຍາຍມູນເຊື້ອ ແມ່ນ ຕົວພະຍານປະຫວັດສາດ ເພື່ອສຶກສາມູນເຊື້ອອັນດີງາມນີ້ໃຫ້ແກ່ລຸ້ນຫນຸ່ມ.
 (ແຫຼ່ງຄັດຈາກ VOV)

UNESCO ຮັບ​ຮອງກຸ່ມ​ເຂດ​ອະ​ນຸ​ສອນ​ສະ​ຖານ ແລະ ທັດ​ສະ​ນີ​ຍະ​ພາບ ອຽນ​ຕື໋ - ຫວິງ​ງຽມ​, ກົນ​ເຊີນ, ກຽບ​ບາກ ເປັນ​ມໍ​ລະ​ດົກ​ວັດ​ທະ​ນ​ະ​ທຳ​ໂລກ

UNESCO ຮັບ​ຮອງກຸ່ມ​ເຂດ​ອະ​ນຸ​ສອນ​ສະ​ຖານ ແລະ ທັດ​ສະ​ນີ​ຍະ​ພາບ ອຽນ​ຕື໋ - ຫວິງ​ງຽມ​, ກົນ​ເຊີນ, ກຽບ​ບາກ ເປັນ​ມໍ​ລະ​ດົກ​ວັດ​ທະ​ນ​ະ​ທຳ​ໂລກ

ກຸ່ມເຂດອະນຸສອນສະຖານ ແລະ ທັດສະນີຍະພາບ ອຽນຕື - ຫວິງງຽມ, ກົນເຊີນ, ກຽບບາກ ນອນຢູ່ບັນດາແຂວງ ກວາງນິງ, ບັກນິງ ແລະ ນະຄອນ ຫາຍຟ່ອງ ດ້ວຍຖືເອົາສາສະໜາພຸດ ນິກາຍ ຈຸກເລີມ ເປັນແກ່ນສານ - ໄດ້ຮັບການສ້າງຕັ້ງຂຶ້ນໃນສະຕະວັດທີ XIII ໂດຍບັນດາເຈົ້າຊີວິດຂອງລາດຊະວົງ ເຈິ່ນ.

Top