• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົບປະຄັ້ງທີ 6 ຄະນະກຳມະການຮ່ວມມືລວມອາຊຽນ-ນິວຊີແລນ

ກອງປະຊຸມຄັ້ງທີ 6 ຄະນະກຳມະການຮ່ວມມືລວມອາຊຽນ - ນິວຊີແລນ (ANZJCC) ໄດ້ດຳເນີນໃນວັນທີ 02 ກໍລະກົດ, ຢູ່ສຳນັກງານຄະນະເລຂາອາຊຽນ (ຢາກາຕາ, ປະເທດອິນໂດເນເຊຍ).

 
ກອງປະຊຸມຄັ້ງທີ 6 ຄະນະກຳມະການຮ່ວມມືລວມອາຊຽນ - ນິວຊີແລນ

(ພາບ: TTXVN)

ກອງປະຊຸມເພື່ອແນໃສ່ຕີລາຄາການພົວພັນອາຊຽນ - ນິວຊີແລນ ໃນຊຸມປີຜ່ານມາ, ພິເສດແມ່ນການຜັນຂະຫຍາຍແຜນການເຄື່ອນໄຫວຂອງອາຊຽນ - ນິວຊີແລນ ໄລຍະ 2016 – 2020, ເພື່ອແນໃສ່ປະຕິບັດຖະແຫຼງການຮ່ວມຍຸດທະສາດອາຊຽນ - ນິວຊີແລນ ໄລຍະ 2016 – 2020 ແລະ ຜັນຂະຫຍາຍ 2 ຍຸດທະສາດກ່ຽວກັບຄວາມວັດທະນາຖາວອນ ແລະ ມະນຸດ; ປຶກສາຫາລືກ່ຽວກັບບັນດາມາດຕະການເພີ່ມທະວີການພົວພັນຮ່ວມມືໃນໄລຍະຈະມາເຖິງ. ທີ່ກອງປະຊຸມ, 2 ຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມືຢ່າງແທດຈິງ ແລະ ມີປະສິດທິຜົນກວ່າໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໂດຍສະເພາະແມ່ນໃນບັນດາຂົງເຂດເຊິ່ງນິວຊີແລນ ມີທ່າແຮງ ແລະ ອາຊຽນ ໃຫ້ບຸລິມະສິດຄື: ກະສິກຳ, ບຳລຸງສ້າງພາສາອັງກິດ, ບຳລຸງສ້າງວິຊາຊີບ, ຄ້ຳປະກັນດ້ານສະບຽງອາຫານ…

 

(ແຫຼ່ງຄັດຈາກ VOV)

 

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ເດີນທາງອອກ​ຈາກ​ ສິງ​ກະ​ໂປ, ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຟີ​ລິບ​ປິນ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ເດີນທາງອອກ​ຈາກ​ ສິງ​ກະ​ໂປ, ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຟີ​ລິບ​ປິນ

ຕອນ​ເຊົ້າ​ວັນ​ທີ 31 ພຶ​ດ​ສະ​ພາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນ​ະ​ຜູ້​ແທ​ນ​ຂັ​້ນ​ສູງ ຫວຽດ​ນາມ ໄດ້​ເດີນ​ທາງ​ອອກ​ຈາກ​ສະ​ໜາມ​ບິນ​ສາ​ກົນ Changi, ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຟີ​ລິບ​ປິນ ແຕ່​ວັນ​ທີ 31 ພຶດ​ສະ​ພາ ຫາ​ວັນ​ທີ 01 ມິຖຸ​ນາ 2

Top