ກອງປະຊຸມຄັ້ງທີ 6 ຄະນະກຳມະການຮ່ວມມືລວມອາຊຽນ - ນິວຊີແລນ
(ພາບ: TTXVN)
ກອງປະຊຸມເພື່ອແນໃສ່ຕີລາຄາການພົວພັນອາຊຽນ - ນິວຊີແລນ ໃນຊຸມປີຜ່ານມາ, ພິເສດແມ່ນການຜັນຂະຫຍາຍແຜນການເຄື່ອນໄຫວຂອງອາຊຽນ - ນິວຊີແລນ ໄລຍະ 2016 – 2020, ເພື່ອແນໃສ່ປະຕິບັດຖະແຫຼງການຮ່ວມຍຸດທະສາດອາຊຽນ - ນິວຊີແລນ ໄລຍະ 2016 – 2020 ແລະ ຜັນຂະຫຍາຍ 2 ຍຸດທະສາດກ່ຽວກັບຄວາມວັດທະນາຖາວອນ ແລະ ມະນຸດ; ປຶກສາຫາລືກ່ຽວກັບບັນດາມາດຕະການເພີ່ມທະວີການພົວພັນຮ່ວມມືໃນໄລຍະຈະມາເຖິງ. ທີ່ກອງປະຊຸມ, 2 ຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມືຢ່າງແທດຈິງ ແລະ ມີປະສິດທິຜົນກວ່າໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໂດຍສະເພາະແມ່ນໃນບັນດາຂົງເຂດເຊິ່ງນິວຊີແລນ ມີທ່າແຮງ ແລະ ອາຊຽນ ໃຫ້ບຸລິມະສິດຄື: ກະສິກຳ, ບຳລຸງສ້າງພາສາອັງກິດ, ບຳລຸງສ້າງວິຊາຊີບ, ຄ້ຳປະກັນດ້ານສະບຽງອາຫານ…