ວັນທີ 26 ກັນຍາ 2021, ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ, ທ່ານປະທານ ພັກປະຊາຊົນ ກຳປູເຈຍ, ນາຍົກລັດຖະມົນຕີແຫ່ງລາຊະ ອານາຈັກ ກຳປູເຈຍ ສົມເດັດ ຮຸນເຊັນ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ມີການພົບປະຂັ້ນສູງ ຫວຽດນາມ-ກຳປູເຈຍ-ລາວ.

ທີ່ການພົບປະ, ການນຳຂອງ 3 ພັກ ໄດ້ຕີລາຄາສູງຄວາມໝາຍ ແລະ ຄວາມສຳຄັນຂອງການພົບປະ; ແຈ້ງໃຫ້ກັນ ຮູ້ເຖິງສະພາບການຂອງແຕ່ລະພັກ, ແຕ່ລະປະເທດ, ໃນນັ້ນ ມີວຽກງານກໍ່ສ້າງພັກ, ພັດທະນາເສດຖະກິດ-ສັງຄົມ, ພິເສດໃນສະພາບການປ້ອງກັນ ແລະ ຕ້ານ ໂຄວິດ-19.

ການນຳສາມປະເທດ ໄດ້ແລກປ່ຽນກ່ຽວກັບສະພາບການຮ່ວມມືໃນໄລຍະຜ່ານມາ; ສົນທະນາກ່ຽວກັບທິດທາງຮ່ວມມືໃນໄລຍະຈະມາເຖິງ; ເປັນເອກະສັນກັນ ກ່ຽວກັບຄວາມສຳຄັນຂອງການພົວພັນມູນເຊື້ອ, ຄວາມສາມັກຄີພິເສດ, ຄວາມສະໜິດຕິດພັນລະຫວ່າງ 3 ພັກ, 3 ລັດ. ການນຳ 3 ປະເທດ ເປັນເອກະສັນກັນ ຈະເພີ່ມທະວີການຮ່ວມມືໃນທຸກຂົງເຂດ; ເສີນຂະຫຍາຍບັນດາກົນໄກໃນປັດຈຸບັນຢ່າງມີປະສິດທິຜົນ ແລະ ສືບຕໍ່ແລກປ່ຽນ, ຮ່ວມມືບົນທຸກຂົງເຂດໃນໄລຍະຈະມາເຖິງ, ເພື່ອຜົນປະໂຫຍດຂອງປະຊາຊົນ 3 ປະເທດ, ເພື່ອຄວາມສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໂລກ.

ເນື່ອງໃນໂອກາດນີ້, ທ່ານປະທານພັກປະຊາຊົນ ກຳປູເຈຍ, ນາຍົກລັດຖະມົນຕີແຫ່ງລາຊະ ອານາຈັກ ກຳປູເຈຍ ສົມເດັດ ຮຸນເຊັນ ໄດ້ມາສະແດງຄວາມຂຳ່ນັບຕໍ່ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ; ທ່ານເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດ ລາວ ທອງລຸນ ສີສຸລິດ ໄດ້ມາສະແດງຄວາມຂຳ່ນັບຕໍ່ທ່ານປະທານປະເທດ ຫງວຽນຊວນຟຸກ.
ປະຕິບັດ: VNA/VNP