ປະຈຸບັນ, ການພັດທະນາສີຂຽວແມ່ນທ່າອ່ຽງທີ່ບໍ່ສາມາດຕ່າວປີ້ນໄດ້ແລະນັບມື້ນັບມີວິສາຫະກິດຫວຽດນາມ ຫຼາຍແຫ່ງເລືອກເອົາເສັ້ນທາງພັດທະນາໂດຍມີຄວາມຮັບຜິດຊອບຕໍ່ສັງຄົມ, ການເຕີບໂຕສີຂຽວ, ພັດທະນາແບບຍືນຍົງ. ບັນດານັກຊ່ຽວຊານຖືວ່າຜົນປະໂຫຍດຈາກການປະຕິບັດວິວັດການດັ່ງກ່າວຈະສ້າງຄວາມສະດວກໃຫ້ແກ່ວິສາຫະກິດເພີ່ມສະມັດຕະພາບ, ກໍ່ຄືຊອກຫາຄູ່ຮ່ວມມືໃໝ່ແລະນັກລົງທຶນໃໝ່, ພິເສດແມ່ນໃນເລື່ອງເປີດກວ້າງການສົ່ງອອກຜະລິດຕະພັນຢູ່ພາກພື້ນແລະທົ່ວໂລກ.
ໂດຍມີໜ້າຢູ່ຕະຫຼາດເປັນເວລາເກືອບເຄິ່ງສະຕະວັດຜ່ານມາ, ບໍລິສັດຫຸ້ນສ່ວນນ້ຳນົມຫວຽດນາມ (Vinamilk) ແມ່ນເຄື່ອງໝາຍການຄ້າທີ່ມີຊື່ສຽງເປັນທີ່ຮູ້ຈັກຂອງຜູ້ບໍລິໂພກ ທັງຢູ່ພາຍໃນແລະຕ່າງປະເທດເປັນຈຳນວນຫຼາຍ. ພ້ອມກັບເລື່ອງຍາມໃດກໍ່ເອົາໃຈໃສ່ເຖິງຄຸນນະພາບຜະລິດຕະພັນ, ດັ່ງນັ້ນ ຍາມໃດຄະນະການນຳວິສາຫະກິດກໍ່ເອົາໃຈໃສ່ເຖິງການພັດທະນາສີຂຽວ. ລະອຽດແມ່ນ, ບໍລິສັດໄດ້ກໍ່ສ້າງລະບົບຟາມຊີວະພາບ Vinamilk Green Farm ດ້ວຍຍອດເງິນລົງທຶນໃນເບື້ອງຕົ້ນປະມານ 125 ລ້ານ USD ແລະກໍ່ສ້າງຕາມມາດຕະຖານ Global GAP (ມາດຕະຖານສາກົນຢັ້ງຢືນເລື່ອງປະຕິບັດການຜະລິດກະສິກຳທີ່ດີ). ທ່ານຫງວຽນກວກແຄງ, ຫົວໜ້າຝ່າຍບໍລິຫານກຸ່ມຄົ້ນຄວ້າແລະພັດທະນາ, ບໍລິສັດ Vinamilk ໃຫ້ຮູ້ວ່າ:
“ລະບົບຟາມ Green Farm ຂອງ Vinamilk ແມ່ນແບບຢ່າງໜຶ່ງໃຫ້ແກ່ການພັດທະນາແບບຍືນຍົງ. ໃນການປະຕິບັດກະສິກຳຜະລິດຄືນໃໝ່ຢູ່ບັນດາຟາມຂອງ Vinamilk ນັ້ນ, ພວກຂ້າພະເຈົ້າໄດ້ນຳໃຊ້ພະລັງງານແສງຕາເວັນ, ລະບົບເຕັກໂນໂລຊີຫຼຸດຜ່ອນການປ່ອຍ metan ແລະ ຫຼຸດຜ່ອນກິ່ນເໝັນໃຫ້ຟາມ. ພ້ອມກັນນັ້ນ, ພວກຂ້າພະເຈົ້າກໍ່ມີການເຄື່ອນໄຫວພັດທະນາແບບຍືນຍົງເພື່ອປະຊາຄົມ”.
ກໍ່ຄ້າຍຄືກັນກັບ Vinamilk, ກຸ່ມບໍລິສັດເຄື່ອງຕ່ຳແຜ່ນຕັດຫຍິບຫວຽດນາມ (Vinatex) ກໍ່ເປັນເຈົ້າການ “ຫັນເປັນສີຂຽວ” ແຫຼ່ງວັດຖຸດິບ, ຄື: ຈັດຕັ້ງການຜະລິດບັນດາຜະລິດຕະພັນຈາກແຫຼ່ງວັດຖຸດິບຜະລິດຄືນໃໝ່ຫຼືແຫຼ່ງວັດຖຸດິບ organic. ພ້ອມກັນນັ້ນ, ບັນດາໂຮງງານຜະລິດວັດຖຸດິບກໍ່ນຳໃຊ້ພະລັງງານແສງຕາເວັນເພື່ອຕອບສະໜອງມາດຕະຖານພະລັງງານນຳໃຊ້ໃນໂຮງງານ20%ແມ່ນພະລັງງານສີຂຽວ.
ການພັດທະນາສີຂຽວ, ຍືນຍົງພວມແມ່ນທິດທາງທີ່ວິສາຫະກິດຫຼາຍແຫ່ງສົນໃຈເພື່ອຕອບສະໜອງຄວາມຮຽກຮ້ອງທີ່ນັບມື້ນັບເຄັ່ງຄັດຂອງບັນດາຕະຫຼາດສົ່ງອອກໃຫຍ່, ພ້ອມທັງເພື່ອມີຜົນກຳໄລສູງສຸດ. ທ່ານນາງຫວຽນທິລຽນ, ຮອງຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນຟອງຝູສາກົນ, ສະເພາະຂະແໜງຕ່ຳແຜ່ນຕັດຫຍິບສົ່ງອອກ, ໃຫ້ຮູ້ວ່າ ເລື່ອງເປັນເຈົ້າການປ່ຽນແປງຂັ້ນຕອນການຜະລິດບໍ່ພຽງແຕ່ຊ່ວຍໃຫ້ວິສາຫະກິດຕອບສະໜອງມາດຕະຖານ, ຍົກສູງອິດທິພົນຊື່ສຽງຂອງຄູ່ຮ່ວມມືເທົ່ານັ້ນ, ຫາກຍັງຊ່ວຍໃຫ້ວິສາຫະກິດມີໃບສັ່ງຊື້ຫຼາຍກວ່າອີກຍ້ອນຜະລິດຕະພັນມີລັກສະນະແກ່ງແຍ້ງສູງ.
“ຖ້າຫາກວິສາຫະກິດບໍ່ເປັນເຈົ້າການໃນການ “ຫັນປ່ຽນຕົນເອງ” ເພື່ອສອດຄ່ອງກັບຄວາມຕ້ອງການຂອງຍຸກສະໄໝກໍ່ຈະບໍ່ມີໃບສັ່ງຊື້ເລີຍ. ມາຮອດຈຸດເວລານີ້, ພວກຂ້າພະເຈົ້າຍັງມີຄວາມເອກອ້າງທະນົງໃຈຍ້ອນໄດ້ມານະພະຍາຍາມຮັກສາແລະຮັບຄົນງານຕື່ມອີກໂດຍບໍ່ມີການຫຼຸດຄົນງານລົງ”.