ຂ່າວສານ

ການພັດທະນາສີຂຽວຊ່ວຍໃຫ້ວິສາຫະກິດຫວຽດນາມເຊື່ອມໂຍງເຂົ້າກັບລະບົບມູນຄ່າທົ່ວໂລກໄດ້ດີກວ່າເກົ່າ

ການພັດທະນາສີຂຽວ, ຍືນຍົງພວມແມ່ນທິດທາງທີ່ວິສາຫະກິດຫຼາຍແຫ່ງສົນໃຈເພື່ອຕອບສະໜອງຄວາມຮຽກຮ້ອງທີ່ນັບມື້ນັບເຄັ່ງຄັດຂອງບັນດາຕະຫຼາດສົ່ງອອກໃຫຍ່, ພ້ອມທັງເພື່ອມີຜົນກຳໄລສູງສຸດ.
  ຮູບແບບ Vinamilk Green Farm (ພາບ: Vietnam+)  

ປະຈຸບັນການພັດທະນາສີຂຽວແມ່ນທ່າອ່ຽງທີ່ບໍ່ສາມາດຕ່າວປີ້ນໄດ້ແລະນັບມື້ນັບມີວິສາຫະກິດຫວຽດນາມ ຫຼາຍແຫ່ງເລືອກເອົາເສັ້ນທາງພັດທະນາໂດຍມີຄວາມຮັບຜິດຊອບຕໍ່ສັງຄົມການເຕີບໂຕສີຂຽພັດທະນາແບບຍືນຍົງບັນດານັກຊ່ຽວຊານຖືວ່າຜົນປະໂຫຍດຈາກການປະຕິບັດວິວັດການດັ່ງກ່າວຈະສ້າງຄວາມສະດວກໃຫ້ແກ່ວິສາຫະກິດເພີ່ມສະມັດຕະພາບກໍ່ຄືຊອກຫາຄູ່ຮ່ວມມືໃໝ່ແລະນັກລົງທຶນໃໝ່ພິເສດແມ່ນໃນເລື່ອງເປີດກວ້າການສົ່ງອອກຜະລິດຕະພັນຢູ່ພາກພື້ນແລະທົ່ວໂລກ.

ໂດຍມີໜ້າຢູ່ຕະຫຼາດເປັນເວລາເກືອບເຄິ່ງສະຕະວັດຜ່ານມາ, ບໍລິສັດຫຸ້ນສ່ວນນ້ຳນົມຫວຽດນາມ (Vinamilk) ແມ່ນເຄື່ອງໝາຍການຄ້າທີ່ມີຊື່ສຽງເປັນທີ່ຮູ້ຈັກຂອງຜູ້ບໍລິໂພກ ທັງຢູ່ພາຍໃນແລະຕ່າງປະເທດເປັນຈຳນວນຫຼາຍ. ພ້ອມກັບເລື່ອງຍາມໃດກໍ່ເອົາໃຈໃສ່ເຖິງຄຸນນະພາບຜະລິດຕະພັນ, ດັ່ງນັ້ນ ຍາມໃດຄະນະການນຳວິສາຫະກິດກໍ່ເອົາໃຈໃສ່ເຖິງການພັດທະນາສີຂຽວ. ລະອຽດແມ່ນ, ບໍລິສັດໄດ້ກໍ່ສ້າງລະບົບຟາມຊີວະພາບ Vinamilk Green Farm ດ້ວຍຍອດເງິນລົງທຶນໃນເບື້ອງຕົ້ນປະມານ 125 ລ້ານ USD ແລະກໍ່ສ້າງຕາມມາດຕະຖານ Global GAP (ມາດຕະຖານສາກົນຢັ້ງຢືນເລື່ອງປະຕິບັດການຜະລິດກະສິກຳທີ່ດີ). ທ່ານຫງວຽນກວກແຄງ, ຫົວໜ້າຝ່າຍບໍລິຫານກຸ່ມຄົ້ນຄວ້າແລະພັດທະນາ, ບໍລິສັດ Vinamilk ໃຫ້ຮູ້ວ່າ:

ລະບົບຟາມ Green Farm ຂອງ Vinamilk ແມ່ນແບບຢ່າງໜຶ່ງໃຫ້ແກ່ການພັດທະນາແບບຍືຍົງໃນການປະຕິບັດກະສິກຳຜະລິດຄືນໃໝ່ຢູ່ບັນດາຟາມຂອງ Vinamilk ນັ້ນພວກຂ້າພະເຈົ້າໄດ້ນຳໃຊ້ພະລັງງານແສງຕາເວັນລະບົບເຕັກໂນໂລຊີຫຼຸດຜ່ອນການປ່ອຍ metan ແລະ ຫຼຸດຜ່ອນກິ່ນເໝັນໃຫ້ຟາມພ້ອມກັນນັ້ນພວກຂ້າເຈົ້າກໍ່ມີການເຄື່ອນໄຫວພັດທະນາແບບຍືນຍົງເພື່ອປະຄົ”.

ກໍ່ຄ້າຍຄືກັນກັບ Vinamilk, ກຸ່ມບໍລິສັດເຄື່ອງຕ່ຳແຜ່ນຕັດຫຍິບຫວຽດນາມ (Vinatex) ກໍ່ເປັນເຈົ້າການ “ຫັນເປັນສີຂຽວ” ແຫຼ່ງວັດຖຸດິບ, ຄື: ຈັດຕັ້ງການຜະລິດບັນດາຜະລິດຕະພັນຈາກແຫຼ່ງວັດຖຸດິບຜະລິດຄືນໃໝ່ຫຼືແຫຼ່ງວັດຖຸດິບ organic. ພ້ອມກັນນັ້ນ, ບັນດາໂຮງງານຜະລິດວັດຖຸດິບກໍ່ນຳໃຊ້ພະລັງງານແສງຕາເວັນເພື່ອຕອບສະໜອງມາດຕະຖານພະລັງງານນຳໃຊ້ໃນໂຮງງານ20%ແມ່ນພະລັງງານສີຂຽວ.

ການພັດທະນາສີຂຽວ, ຍືນຍົງພວມແມ່ນທິດທາງທີ່ວິສາຫະກິດຫຼາຍແຫ່ງສົນໃຈເພື່ອຕອບສະໜອງຄວາມຮຽກຮ້ອງທີ່ນັບມື້ນັບເຄັ່ງຄັດຂອງບັນດາຕະຫຼາດສົ່ງອອກໃຫຍ່, ພ້ອມທັງເພື່ອມີຜົນກຳໄລສູງສຸດ. ທ່ານນາງຫວຽນທິລຽນ, ຮອງຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນຟອງຝູສາກົນ, ສະເພາະຂະແໜງຕ່ຳແຜ່ນຕັດຫຍິບສົ່ງອອກ, ໃຫ້ຮູ້ວ່າ ເລື່ອງເປັນເຈົ້າການປ່ຽນແປງຂັ້ນຕອນການຜະລິດບໍ່ພຽງແຕ່ຊ່ວຍໃຫ້ວິສາຫະກິດຕອບສະໜອງມາດຕະຖານ, ຍົກສູງອິດທິພົນຊື່ສຽງຂອງຄູ່ຮ່ວມມືເທົ່ານັ້ນ, ຫາກຍັງຊ່ວຍໃຫ້ວິສາຫະກິດມີໃບສັ່ງຊື້ຫຼາຍກວ່າອີກຍ້ອນຜະລິດຕະພັນມີລັກສະນະແກ່ງແຍ້ງສູງ.

ຖ້າຫາກວິສາຫະກິດບໍ່ເປັນເຈົ້າການໃນການ “ຫັນປ່ຽນຕົນເອງ” ເພື່ອສອດຄ່ອງກັບຄວາມຕ້ອງການຂອງຍຸກສະໄໝກໍ່ຈະບໍ່ມີໃບສັ່ງຊື້ເລີຍມາຮອດຈຸດເວລານີ້ພວກຂ້າພະເຈົ້າຍັງມີຄວາມເອກອ້າງທະນົໃຈ້ອນໄດ້ມານະພະຍາຍາມຮັກສາແລະຮັບຄົນງານຕື່ມອີກໂດຍບໍ່ມີການຫຼຸດຄົນງານລົງ”.

 


top