• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການປະຕິວັດເດືອນສິງຫາປີ 1945 - ບົດຮຽນກ່ຽວກັບການສຸມກຳລັງແຮງຂອງປະຊາຊົນພາຍໃຕ້ການນຳພາອັນປີຊາສາມາດຂອງພັກກອມມູນິດ ຫວຽດນາມ

      ການປະຕິວັດເດືອນສິງຫາ ແລະ ການສ້າງຕັ້ງລັດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມໃນລະດູໃບໄມ້ຫລົ່ນປີ 1945 ໄດ້ສ້າງບາດລ້ຽວປະຫວັດສາດ, ເຮັດໃຫ້ຊະຕາກຳຂອງປະເທດ ແລະ ຂອງຊາດຫວຽດນາມ ປ່ຽນແປງໂດຍພື້ນຖານ. ໄຊຊະນະຂອງ ການປະຕິວັດເດືອນສິງຫາ ໄດ້ຢັ້ງຢືນບົດບາດສຳຄັນຂອງພັກກອມມູນິດ ຫວຽດນາມ ໃນການວາງອອກແນວທາງປົດປ່ອຍຊາດອັນຖືກຕ້ອງ, ເຕົ້ມໂຮມຄວາມສາມັກຄີກຳລັງແຮງຂອງທົ່ວປວງຊົນ ແລະ ມີວິທີການຕໍ່ສູ້ຢ່າງເໝາະສົມເພື່ອສ້າງກຳລັງແຮງສັງລວມ ພ້ອມທັງໃຫ້ກຳລັງໃຈປະຊາຊົນທົ່ວປະເທດຍາດໄດ້ໄຊຊະນະ. ບັນດາບົດຮຽນເຫຼົ່ານີ້ຍັງຄົງມີຄຸນຄ່າ ແລະ ພວມໄດ້ຮັບການເສີມຂະຫຍາຍຢ່າງແຮງໃນກິດຈະການສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດປະຈຸບັນ.
ທ່ານປະທານໂຮ່ຈີມິນ ອ່ານບົດຖະແຫລງປະກາດເອກະລາດ, ສະຖາປະນາ ປະເທດ ສາທາລະນະລັດປະຊາທິປະໄຕ ຫວຽດນາມ
(ພາບເອກະສານ:hanoimoi.com.vn)
      ພຽງແຕ່ໃນເວລາ 10 ກວ່າວັນ, ພັກກອມມູນິດຫວຽດນາມໄດ້ນຳພາປະຊາຊົນໃນທົ່ວປະເທດທັບມ້າງແອກຂ້າທາດໃນໄລຍະເກືອບໜຶ່ງສັດຕະວັດ, ດັດສູນລະບອບສັກດີນາທີ່ມີມານັບພັນໆປີເພື່ອຍາດເອົາເອກະລາດ, ສ້າງລັດແຫ່ງກຳມະກອນຊາວນາທຳອິດຢູ່ອາຊີຕາເວັນອອກສ່ຽງໃຕ້ແມ່ນປະເທດສາທາລະນະລັດປະຊາທິປະໄຕຫວຽດນາມ. ໃນຄາວນັ້ນພັກກອມມູນິດຫວຽດນາມຫາກໍ່ສ້າງຕັ້ງມາໄດ້ 15 ປີເທົ່ານັ້ນ. ດ້ວຍສະມາຊິກພັກ 5000 ຄົນ, ພັກໄດ້ແຜ່ຂະຫຍາຍແນວຄວາມຄິດເອກະລາດເສລິພາບໃຫ້ປະຊາຊົນ 20 ລ້ານຄົນແລະໄດ້ເຕົ້າໂຮມປະຊາຊົນໃນທົ່ວປະເທດລຸກຮື້ຂື້ນເພື່ອຍາດເອົາອຳນາດການປົກຄອງ.
 
      ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຫລັກແຫລ່ງແມ່ນສຳພັນທະມິດລະຫວ່າງກຳມະກອນ- ຊາວນາ- ປັນຍາຊົນ. ບົນພື້ນຖານຜົນປະໂຫຍດ, ຄວາມຕ້ອງການ, ຄວາມມຸ່ງມາດປາດຖະຫນາຂອງປະຊາຊົນເພື່ອຈັດຕັ້ງ, ເຕົ້າໂຮມເຂົາເຈົ້າລຸກຂຶ້ນຕໍ່ສູ້ ສ້າງຜົນສຳເລັດຂອງການປະຕິວັດເດືອນສິງຫາປີ 1945. ສາດສະດາຈານປອຮ່ວາງຈີ໊ບ໋າວ, ຊ່ຽວຊານຂັ້ນສູງສະພາທິດສະດີສູນກາງຕີລາຄາວ່າ:
ການປະຕິວັດເດືອນສິງຫາປີ 1945 ເປັນການພິສູດໃຫ້ເຫັນກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດເສີມຂະຫຍາຍຈິດໃຈຮັກຊາດນັ້ນແມ່ນຄຸນຄ່າທີ່ເປັນມູນເຊື້ອອັນສຳຄັນສ້າງກຳລັງແຮງຂອງທົ່ວປວງຊົນທັງຊາດການປະຕິວັດເດືອນສິງຫາປີ 1945 ນັ້ນໄດ້ກຳເນີດລັດທີ່ສະແດງໃຫ້ເຫັນສິດອຳນາດຂອງປະຊາຊົນໃນຕະຫລອດເກືອບ 1 ທົດສະວັດທີ່ຖືກກົດຂີ່ຂູດຮີດແລະນັບພັນໆປີຂອງລະບອບສັກດີນາທີ່ຫລ້າຫລັງ
      ໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດເດືອນສິງຫາປີ 1945 ໄດ້ນຳມາເຊິ່ງບົດຮຽນອັນລ້ຳຄ່າ, ເປັນຕົ້ນແມ່ນບົດຮຽນໃນການຖືປະຊາຊົນເປັນກົກ, ສ້າງແລະເສີມຂະຫຍາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃນຕະຫລອດວິວັດທະນາການປະຫວັດສາດຂອງຊາດຫວຽດນາມນັບແຕ່ລະດູໃບໄມ້ຫລົ່ນປີ 1945.
      ການປະຕິວັດເດືອນສິງຫາປີ 1945 ກໍ່ເປັນການສະແດງໃຫ້ເຫັນບົດຮຽນມີຄວາມໝາຍຕັດສິນຊີ້ຂາດຂອງການນຳພາອັນເດັດດ່ຽວ, ມີຫົວຄິດປະດິດສ້າງແລະທັນການຂອງພັກກອມມູນິດຫວຽດນາມແລະປະທານໂຮ່ຈີມິນໃນຈຸດເວລາປະຫວັດສາດຂອງຊາດຫວຽດນາມ. ບົດບາດນຳພາຂອງພັກແມ່ນສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານຈິດໃຈທີ່ມີຄວາມຮັບຜິດຊອບສູງ, ຄວາມຂະຫຍັນຂັນເຄື່ອນ, ເປັນເຈົ້າການ, ມີຫົວຄິດປະດິດສ້າງຂອງບັນດາອົງຄະນະພັກທ້ອງຖິ່ນ, ຂອງບັນດາສະມາຊິກພັກ. ທ່ານຫວູກວາງວິງອະດີດຮອງບັນນາທິການໃຫຍ່ວາລະສານປະຫວັດສາດພັກ, ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນຢັນຢັນວ່າ:                
      ກ່ຽວກັບຍຸດທະວິທີການນຳພາ, ເລື່ອງກຳແຫນ້ນກາລະໂອກາດຂອງພັກ, ພັກໄດ້ເປັນເຈົ້າການສ້າງກາລະໂອາກາດ ແລະ ກຳແຫນ້ນຢ່າງທັນການ, ນຳພາທົ່ວປວງຊົນດຳເນີນການລຸກຮື້ຂຶ້ນໃນທົ່ວປະເທດ. ບົດຮຽນສຳຄັນທີ່ສຸດ ແມ່ນ ຕ້ອງຕິດຕາມ, ຊາບຊຶມສະພາບການກໍ່ຄືແຜນນະໂຍບາຍຂອງພັກ. ຈາກນັ້ນໝູນໃຊ້ເຂົ້າໃນເງື່ອນໄຂຕົວຈິງລະອຽດ, ເປັນເຈົ້າການ ເພື່ອນຳພາປະຊາຊົນປະຕິບັດຕາມແຜນນະໂຍບາຍຂອງພັກ. ໃນວິວັດການປະຕິບັດ ກໍ່ຕ້ອງຕິດຕາມສະພາບການລວມຢູ່ພາຍໃນປະເທດ ແລະ ໃນໂລກ ຈຶ່ງສາມາດຍາດໄດ້ໄຊຊະນະ.      
      ຜົນສຳເລັດຂອງການປະຕິວັດເດືອນສິງຫາປີ 1945 ເປັນການສະແດງໃຫ້ເຫັນບົດຮຽນອັນລ້ຳຄ່ານັ້ນແມ່ນ ພັກໄດ້ວາງອອກແນວທາງປົດປ່ອຍຊາດອັນຖືກຕ້ອງ, ໄດ້ເຕົ້າໂຮມຄວາມສາມັກຄີກຳລັງແຮງຂອງທົ່ວປວງຊົນໃນແນວໂຮມຫວຽດມິນ, ຄັດເລືອກ ແລະ ສົມທົບກັນໃຫ້ຖືກຕ້ອງກ່ຽວກັບຮູບການໂຄສະນາ, ຈັດຕັ້ງ ແລະ ວິທີການຕໍ່ສູ້ອັນເໝາະສົມ ສ້າງເປັນກຳລັງແຮງສັງລວມ, ກໍ່ສ້າງ, ພັດທະນາກຳລັງປະຕິວັດ, ຊຸກຍູ້ຂະບວນການ, ພ້ອມທັງຄາດຄະເນ ແລະ ເລືອກເອົາໂອກາດທີ່ເໝາະສົມເພື່ອມີການກະທຳ.
ຊາວນະຄອນຫລວງ ຮ່າໂນ້ຍ ແຫ່ຂະບວນປະທ້ວງໃນວັນທີ 19 ສິງຫາ.
(ພາບເອກະສານ:baodansinh.vn)
      ການປະຕິວັດເດືອນສິງຫາປີ 1945 ປະສົບຜົນສຳເລັດ ເປັນການສະແດງໃຫ້ເຫັນກຳລັງຄວາມສາມາດ, ຍຸດທະວີທີການນຳພາ, ກຳແຫນ້ນກາລະໂອກາດ ແລະ ກຳລັງແຮງຕໍ່ສູ້ຂອງພັກກອມມູນິດຫວຽດນາມ ໃນຈຸດເວລາປະຫວັດສາດ, ສຳຄັນຂອງປະເທດ, ຂອງຊາດ. ນັ້ນແມ່ນບົດຮຽນອັນລ້ຳຄ່າ, ຍັງຄົງມີຄຸນຄ່າເໝືອນເດີມໃນການກໍ່ສ້າງ, ປັບປຸງພັກ, ຕອບສະຫນອງກິດຈະການປ່ຽນແປງໃຫມ່ຂອງປະເທດຊາດ ແລະ ປົກປັກຮັກສາປະເທດຊາດປະຈຸບັນ.
 (ແຫຼ່ງຄັດຈາກ VOV)


ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top