• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການປະຕິບັດບັນດາສັນຍາ FTA ລຸ້ນໃຫມ່ເພື່ອຍູ້ແຮງການສົ່ງອອກ

ເພີ່ມທະວີບັນດາມາດຕະການ ຮັບປະກັນການເຕີບໂຕການສົ່ງອອກ ແມ່ນຫນຶ່ງໃນບັນດາຄາດໝາຍເພື່ອແນໃສ່ສ້າງກຳລັງຫນູນໃຫ້ແກ່ການເຕີບໂຕເສດຖະກິດ ຫວຽດນາມ ໃນປີນີ້. ໃນສະພາບການເຕີບໂຕຂຽວ, ເສດຖະກິດ ໝູນວຽນ ພວມກາຍເປັນທ່າອ່ຽງ ແລະ ຄວາມຮຽກຮ້ອງຕ້ອງການໃນທົ່ວໂລກ, ຫວຽດນາມ ພວມພັດທະນາບັນດາລະບົບຜະລິດ ແລະ ການສະຫນອງການຄ້າສາກົນ ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການດ້ານເຕັກນິກ, ມາດຖານເຄັ່ງຄັດຂອງຕະຫລາດ ພິເສດແມ່ນຄວາມຮຽກຮ້ອງຕ້ອງການຈາກສັນຍາການຄ້າເສລີລຸ້ນໃຫມ່ (FTA).
  ເຈີນແທງຫາຍ, ຮອງຫົວຫນ້າກົມສົ່ງອອກນຳເຂົ້າ, ກະຊວງ ອຸດສາຫະກຳ ແລະ ການຄ້າ. (ພາບ:/BNEWS/TTXVN)  

ປີນີ້ ກ້າວເຂົ້າສູ່ປີທີ 5 ທີ່ຫວຽດນາມ ປະຕິບັດສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊິຟິກ(CPTPP)ດ້ວຍຄຳຮຽກຮ້ອງຕ້ອງການສູງກວ່າ ກ່ຽວກັບມາດຖານ “ສີຂຽວ” ສຳລັບຜະລິດຕະພັນ, ສິນຄ້າ, ເມື່ອສົ່ງອອກເຂົ້າຕະຫລາດສະມາຊິກຂອງສັນຍານີ້.

ທ່ານ ເຈີນແທງຫາຍ, ຮອງຫົວຫນ້າກົມສົ່ງອອກນຳເຂົ້າ, ກະຊວງ ອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຖືວ່າ: ຫວຽດນາມ ເຂົ້າຮ່ວມບັນດາສັນຍາ  FTA ທັງມີກາລະໂອກາດຕື່ມອີກເພື່ອເປີດກວ້າງຕະຫລາດ ແລະ ກໍແມ່ນໂອກາດເພື່ອຢັ້ງຢືນການເຄົາລົບການແກ້ງແຍ່ງຢ່າງປອດໂປ່ງກັບບັນດາພື້ນຖານເສດຖະກິດອື່ນ.

ການແກ້ງແຍ່ງເພື່ອໃຫ້ພວກເຮົາຍູ້ແຮງການສົ່ງອອກ ທີ່ຈິງນີ້ກໍ່ແມ່ນການແກ້ງແຍ່ງທີ່ບໍ່ຢຸດຢັ້ງເພື່ອສາມາດປ່ຽນແປງຕົນເອງໃຫມ່ຈາກນັ້ນ ກໍຍົກສູງຄຸນນະພາບກໍ່ຄືຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງຜູ້ບໍລິໂພກໄດ້ດີທີ່ສຸດ.

ໂດຍແມ່ນຂະແຫນງສົ່ງອອກຫລັກແຫລ່ງຂອງຫວຽດນາມ ເມື່ອເຂົ້າຮ່ວມລະບົບສະຫນອງທົ່ວໂລກ, ຂະແຫນງເກີບຫນັງ ໄດ້ກຳນົດເລື່ອງເຄົາລົບ, ຕອບສະຫນອງບັນດາມາດຖານສູງຂອງ  FTA ລຸ້ນໃຫມ່ ຄື: CPTPP ແລະ EVFTAໄດ້ນຳມາເຊິ່ງສິ່ງທ້າທາຍ ແລະ ກາລະໂອກາດໃຫ້ແກ່ວິສາຫະກິດ ແລະ ຄົນງານ ຫວຽດນາມ. ທ່ານນາງ ຟານທິແທງຊວັນ, ຮອງປະທານ ທັງເປັນເລຂາທິການ ສະຫະສະມາຄົມເກີບຫນັງ -ກະເປົາ ຫວຽດນາມ ຖືວ່າ:

ຄວາມຮຽກຮ້ອງຕ້ອງການພິເສດແມ່ນຄວາມຮຽກຮ້ອງກ່ຽວກັບການຜະລິດຂຽວສຳລັບລະບົບສະຫນອງ ກໍ່ແມ່ນສິ່ງທ້າທາຍທີ່ວາງອອກໄລຍະຈະມາເຖິງ ຕະຫລາດ ເຢຍລະມັນ ກໍ່ວາງອອກກົດໝາຍສະບັບໃຫມ່ ກ່ຽວກັບການເພີ່ມທະວີການປຶກສາຫາລືໃນລະບົບສະຫນອງສຳລັບຝ່າຍທີສາມບັນດາຄຳຮຽກຮ້ອງດັ່ງກ່າວພວມແມ່ນສິ່ງທ້າທາຍກໍ່ຄືກາລະໂອກາດເພື່ອຊ່ວຍຍົກສູງລະບົບສະຫນອງຂອງຂະແຫນງເກີບຫນັງກໍ່ຄືຊ່ວຍໃຫ້ບັນດາວິສາຫະກິດ ພິເສດແມ່ນຄົນງານ ຫວຽດນາມ ຮັບປະກັນສິດຜົນປະໂຫຍດກໍຄື ຊ່ວຍບັນດາວິສາຫະກິດຮັບປະກັນຄຸນນະພາບຂອງແຫລ່ງຊັບພະຍາກອນມະນຸດໃຫ້ນັບມື້ນັບດີກວ່າ.

  ທ່ານນາງ ຟານທິແທງຊວັນ, ຮອງປະທານ ທັງເປັນເລຂາທິການ ສະຫະສະມາຄົມເກີບຫນັງ -ກະເປົາ ຫວຽດນາມ. (ພາບ:BNEWS/TTXVN)  

ຈາກຕົວຈິງການເຄື່ອນໄຫວຂອງບັນດາວິສາຫະກິດສົ່ງອອກອາຫານປອດສານພິດ(Organic).ທ່ານ ຟ້າມມິງດຶກ, ຮອງປະທານ ສະຫະສະມາຄົມ Organic ຫວຽດນາມ ຖືວ່າ: ຄວາມສາມາດບົ່ມຊ້ອນການສົ່ງອອກຂອງບັນດາຜະລິດຕະພັນOrganic ແມ່ນໃຫຍ່ຫລວງ. ສະນັ້ນ ນອກຈາກການປ່ຽນໃຫມ່ໃນວິທີສຳຜັດກັບຕະຫລາດ, ວິສາຫະກິດຄວນຍົກສູງຄຸນນະພາບຜະລິດຕະພັນ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການ, ຄວາມນິຍົມຂອງຜູ້ບໍລິໂພກຢູ່ບັນດາຕະຫລາດສົ່ງອອກ.

ປະຈຸບັນ ບັນດາຜະລິດຕະພັນກະສິກຳສົ່ງອອກຫລັກແຫລ່ງຂອງ ຫວຽດນາມ ລ້ວນແຕ່ມີໃບຢັ້ງຢືນOrganic, ສົ່ງອອກຕາມມາດຖານ ອີຢູ ແລະ ອາເມລິກາເຖິງຢ່າງໃດກໍຕາມ ຜະລິດຕະພັນທີ່ຜະລິດມາໄດ້ຂອງຂະແຫນງ Organic ຍັງບໍ່ມີຫລາຍ ແລະ ປະຈຸບັນ ສ່ວນໃຫຍ່ບັນດາຜະລິດຕະພັນ ກຳລັງຕ້ອງສົ່ງອອກໃນຮູບແບບທີ່ເປັນວັດຖຸດິບ.

ຍຸດທະສາດສົ່ງອອກນຳເຂົ້າຂອງ ຫວຽດນາມຮອດປີ 2030 ວາງຄາດໝາຍການສົ່ງອອກພັດທະນາແບບຍືນຍົງ, ລະດັບການເຕີບໂຕສົ່ງອອກສິນຄ້າສະເລ່ຍ 6-7%/ປີໃນໄລຍະ 2021 – 2030. ສະເພາະໃນປີ 2023, ກະຊວງອຸດສາຫະກຳການຄ້າວາງຄາດໝາຍລະດັບເຕີບໂຕການສົ່ງອອກແມ່ນປະມານ 6% ເມື່ອທຽບໃສ່ປີ 2022.

(ແຫຼ່ງຄັດຈາກ VOV)

ໂຮງ​ໝໍ​ກາງ​ສະ​ໜາມຂັ້ນ 2 ເລກ 4 ຫວຽດ​ນາມ ຮັບຫຼຽ​ນ​ກາ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

ໂຮງ​ໝໍ​ກາງ​ສະ​ໜາມຂັ້ນ 2 ເລກ 4 ຫວຽດ​ນາມ ຮັບຫຼຽ​ນ​ກາ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

ນີ້ແມ່ນການຢັ້ງຢືນ ແລະ ຕີລາຄາສູງຂອງ ສປຊ ຕໍ່ບັນດາຜົນງານ ແລະ ການປະກອບສ່ວນໃນການປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຂອງ ໂຮງໝໍກາງສະໜາມ ຫວຽດນາມ.

Top