• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນໍາບັນດາປະເທດ ອາຊຽນ ສະໜັບສະໜູນຂໍ້ລິເລີ່ມ ຂອງຫວຽດນາມ ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19

      ບັນດາການນໍາ ອາຊຽນ ໄດ້ຮັບຮອງເອົາຖະແຫຼງການ ຂອງກອງປະຊຸມສຸດຍອດ ພິເສດ ອາຊຽນ ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ
      ທີ່ກອງປະຊຸມສຸດຍອດພິເສດ ອາຊຽນ ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19 ຖືກຈັດຂຶ້ນໃນຕອນເຊົ້າວັນທີ 14 ເມສາ, ການນໍາບັນດາປະເທດ ອາຊຽນ ໄດ້ຢັ້ງຢືນວ່າ ບຸລິມະສິດແຖວໜ້າຂອງ ອາຊຽນ ໃນປັດຈຸບັນ ແມ່ນຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງໂລກລະບາດ, ໂດຍສະເພາະແມ່ນການແຜ່ລະບາດຂ້າມຊາຍແດນ. ພ້ອມທັງຖືວ່າ ອາຊຽນ ຕ້ອງເອົາໃຈໃສ່ເຖິງການຜັນຂະຫຍາຍບັນດາມາດຕະການຫຼຸດຜ່ອນຜົນກະທົບເຖິງເສດຖະກິດ - ສັງຄົມ ຈາກໂລກລະບາດໂຄວິດ - 19. ນະທີ່ນີ້, ການນໍາບັນດາປະເທດ ອາຊຽນ ກໍໄດ້ປຶກສາຫາລືກ່ຽວກັບການສ້າງແຜນຟື້ນຟູເສດຖະກິດ ພາຍຫຼັງໂລກລະບາດສິ້ນສຸດລົງ. ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຊົມເຊີຍບັນດາປະເທດທີ່ໄດ້ສະໜັບສະໜູນບັນດາຂໍ້ສະເໜີຂອງຫວຽດນາມ ເປັນຕົ້ນແມ່ນ ສ້າງກອງທຶນຮ່ວມມືຮັບມືກັບໂລກລະບາດໂຄວິດ - 19 ຂອງ ອາຊຽນ, ສ້າງສາງສະສົມອຸປະກອນການແພດ ເພື່ອຕອບສະໜອງຄວາມຕ້ອງການທີ່ຮີບດ່ວນ ເມື່ອເກີດໂລກລະບາດ, ຈັດຕັ້ງການເຝິກຊ້ອບກ່ຽວກັບການຮັບມືກັບໂລກລະບາດ, ສ້າງແຜນການຮັບມືລວມໂດຍດ່ວນຂອງ ອາຊຽນ ເມື່ອເກີດໂລກລະບາດ, ສ້າງຕັ້ງກຸ່ມປະຕິບັດງານພິເສດຂອງບັນດາເຈົ້າໜ້າທີ່ອາວຸໂສດ້ານຂໍ້ມູນຂ່າວສານອາຊຽນ ກ່ຽວກັບການຕ້ານຂ່າວປ່ອມ, ຂ່າວບໍ່ມີມູນຄວາມຈິງ...
ສິ້ນສຸດກອງປະຊຸມ, ບັນດາການນໍາ ອາຊຽນ ໄດ້ຮັບຮອງເອົາຖະແຫຼງການ ຂອງກອງປະຊຸມສຸດຍອດ ພິເສດ ອາຊຽນ ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top