• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳ ກຳປູເຈຍ, ອິນໂດເນເຊຍ ປຶກສາຫາລືກ່ຽວກັບການຮ່ວມມືໃນ ອາຊຽນ ແລະ ສະພາບການຢູ່ ມຽນມາ

      ກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍໃຫ້ຮູ້ວ່າ ວັນທີ 04 ມັງກອນ, ທ່ານນາຍົກລັດຖະມົນຕີ Samdech Techo Hun Sen ໄດ້ມີການເຈລະຈາທາງໂທລະສັບກັບທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ເພື່ອປຶກສາຫາລືກ່ຽວກັບການຮ່ວມມືໃນຂອບເຂດ ອາຊຽນ ແລະ ສະພາບການດ້ານການເມືອງຢູ່ ມຽນມາ.
ທ່ານນາຍົກລັດຖະມົນຕີ ກຳປູເຈຍ  Samdech Techo Hun Sen (ພາບ: TTXVN) 
      ໃນການເຈລະຈາທາງໂທລະສັບ, ທ່ານປະທານາທິບໍດີ ອິນໂດເນເຊຍ Widodo ຢັ້ງຢືນວ່າ Jakarta ຈະໃຫ້ການໜູນຊ່ວຍຢ່າງສຸດຂີດເພື່ອໃຫ້ ພະນົມເປັນປະຕິບັດສຳເລັດບົດບາດເປັນປະທານ ອາຊຽນ 2022, ພ້ອມທັງເນັ້ນໜັກວ່າ ສິ່ງດັ່ງກ່າວ ຈະປະກອບສ່ວນສ້າງຜົນສຳເລັດໃຫ້ແກ່ ອິນໂດເນເຊຍ ເມື່ອປະເທດນີ້ເປັນປະທານ ອາຊຽນ ໃນປີ 2023.
        ສ່ວນທ່ານນາຍົກລັດຖະມົນຕີ Hun Sen ຕີລາຄາສູງ ອິນໂດເນເຊຍ ຍ້ອນມີຫຼາຍຂໍ້ລິເລີ່ມປະກອບສ່ວນເຂົ້າໃນວິວັດການສ້າງປະຊາຄົມ ອາຊຽນ.
        ນອກຈາກນັ້ນ, ການນຳສອງປະເທດ ກໍໄດ້ແລກປ່ຽນທັດສະນະກ່ຽວກັບການຜັນແປໃນປັດຈຸບັນຢູ່ ມຽນມາ, ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງການຊຸກຍູ້ບັນດາຄວາມມານະພະຍາຍາມຂອງ ອາຊຽນ ໃນການໜູນຊ່ວຍ ມຽນມາ ຊອກຫາມາດຕະການແກ້ໄຂເໝາະສົມເພື່ອບັນລຸໄດ້ຄວາມປອງດອງຊາດ, ສັນຕິພາບຍາວນານ, ສະຖຽນລະພາບ ແລະ ພັດທະນາ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top