• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳສູນກາງແນວໂຮມປະເທດຊາດຫວຽດນາມລົງອວຍພອນປີໃໝ່ພະອາຈານມະຫາ ທິກໂຝເຕ້ວ


ທ່ານຫງວຽນ​ຖ້ຽນ​ເຍີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ໄດ້​ລົງ​ຢ້ຽມ​ຢາມ,
ອວຍ​ພອນ​ປີ​ໃໝ່​ພະ​ອາ​ຈ​ານ​ມະ​ຫາ ທິກ​ໂຝ​ເຕ້ວ

        ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ປີ​ວອກ 2016, ຕອນ​ເຊົ້າ​ວັນ​ທີ 1/2 ທ່ານຫງວຽນ​ຖ້ຽນ​ເຍີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ໄດ້​ລົງ​ຢ້ຽມ​ຢາມ, ອວຍ​ພອນ​ປີ​ໃໝ່​ພະ​ອາ​ຈ​ານ​ມະ​ຫາ ທິກ​ໂຝ​ເຕ້ວ ສາດ​ສະ​ດາສະ​ມາ​ຄົມ​ພຸດ​ທະ​ສາດ​ສະ​ໜາ​ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ຜູ້​ທີ່​ມີ​ຍົດ​ສັກ​ຕຳ​ແໜ່ງ​ໃນສະ​ມາ​ຄົມ​ພຸດ​ທະ​ສາດ​ສະ​ໜາ​ຫວຽດ​ນາມຢູ່​ວັດ​ວຽນ​ມິນ, ຕາ​ແສງກວາງ​ລ້າງ, ເມືອງ​ຟູ້​ຊວຽນ ນະ​ຄອນ​ຮ່າ​ໂນ້ຍ. ເນື່ອງ​ໃນ​ໂອ​ກາດ​ພະ​ອາ​ຈ​ານ​ມະ​ຫາ ທິກ​ໂຝ​ເຕ້ວ ມີ​ອາ​ຍຸ​ຄົບ​ຮອບ 100 ປີ, ທ່ານຫງວຽນ​ຖ້ຽນ​ເຍີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໄດ້​ອວຍ​ພອນ​ພະ​ອາ​ຈ​ານ​ມະ​ຫາ ທິກ​ໂຝ​ເຕ້ວ ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ຕ້ອນ​ຮັບ​ບຸນ​ເຕັດ​ດ້ວຍ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ, ສືບ​ຕໍ່​ຊັກ​ຈູງສະ​ມາ​ຄົມ​ພຸດ​ທະ​ສາດ​ສະ​ໜາ​ຫວຽດ​ນາມສຳ​ເລັດ​ວຽກ​ງານ​ສາດ​ສະ​ໜາ​ໃນ​ປີ 2016 ເພື່ອ​ສ້າງ​ຊີວ​ິດ, ສາດ​ສະ​ໜາ​ອັນ​ດີ​ງາມ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top