• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳພັກ, ລັດ ຫວຽດນາມ ສົ່ງຈົດໝາຍອວຍພອນບຸນປີໃໝ່ ລາວ ແລະ ບຸນປີໃໝ່ Chol Chnam Thmay ຂອງ ກຳປູເຈຍ

ເນື່ອງໃນໂອກາດບຸນປີໃໝ່ ລາວ ແລະ ບຸນປີໃໝ່ Chol Chnam Thmay ຂອງ ກຳປູເຈຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງຈົດໝາຍ ແລະ ກະຕ່າດອກໄມ້ ໄປຍັງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງ ສປປ.ລາວ ທອງລຸນ ສີສຸລິດ ແລະ ທ່ານປະທານພັກປະຊາຊົນ ກຳປູເຈຍ, ນາຍົກລັດຖະມົນຕີແຫ່ງ ລາຊະອານາຈັກ ກຳປູເຈຍ Samdech Techo Hun Sen.
  ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ (ພາບ: TTXVN)  

 ໃນຈົດໝາຍອວຍພອນທີ່ໄດ້ສົ່ງໄປຍັງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຊື່ອໝັ້ນວ່າ ປະຊາຊົນ ລາວຈະສືບຕໍ່ບັນລຸໄດ້ຜົນງານໃໝ່, ຍິ່ງໃຫຍ່ຫຼາຍກວ່າອີກໃນພາລະກິດແຫ່ງການປ່ຽນແປງໃໝ່, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດ ລາວ ແລະ ແຜນການພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ IX ຢ່າງມີໄຊ, ສ້າງປະເທດລາວແຫ່ງ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ ຕາມເປົ້າໝາຍສັງຄົມນິຍົມໃຫ້ສຳເລັດ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດເພື່ອພ້ອມກັບ ພັກ, ລັດ ແລະ ປະຊາຊົນ ລາວ ຖະໜຸຖະໜອມ, ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດ ລະຫວ່າງ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ສ່ວນໃນຈົດໝາຍອວຍພອນປີໃໝ່ທີ່ສົ່ງເຖິງທ່ານປະທານພັກປະຊາຊົນ ກຳປູເຈຍ, ນາຍົກລັດຖະມົນຕີ ກຳປູເຈຍ Hun Sen, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຊື່ອໝັ້ນວ່າ ປະຊາຊົນ ກຳປູເຈຍ ຈະສືບຕໍ່ບັນລຸໄດ້ຜົນງານໃໝ່ ແລະ ໃຫຍ່ຫຼວງຫຼາຍກວ່າອີກໃນວິວັດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ; ຈັດຕັ້ງການເລືອກຕັ້ງສະພາຂັ້ນຕາແສງ, ເມືອງປີ 2022 ແລະ ດຳລົງບົດບາດເປັນປະທານ ອາຊຽນ ປີ 2022 ໃຫ້ປະສົບຜົນສຳເລັດ.

ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟູກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້, ທ່ານຜູ້ປະຈຳການຄະນະເລຂາທິການສູນກາງພັກ ຫວໍວັນເຖືອງ ກໍໄດ້ຝາກກະຕ່າດອກໄມ້ອວຍພອນການນຳຂັ້ນສູງຂອງ ລາວ ແລະ ກຳປູເຈຍ ເນື່ອງໃນໂອກາດບຸນປີໃໝ່ເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top