• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການທ່ອງທ່ຽວ ເທື່ອການທ່ອງທ່ຽວ ເທື່ອທຽນເຫວ້ ມີການເຕີບໂຕດີທຽນເຫວ້ ມີການເຕີບໂຕດີ

ຈຳນວນແຂກທ່ອງທ່ຽວໄປທ່ຽວ ກຸ່ງເກົ່າ ເຫວ້ ໃນໄລຍະໃກ້ຈະຮອດ ແລະ ຫຼັງບຸນປີໃໝ່ປະຈຳຊາດ ຫວຽດນາມ ໄດ້ເພີ່ມຂຶ້ນສູງ ເມື່ອທຽບໃສ່ປີ 2021 ດ້ວຍກວ່າ 70.000 ເທື່ອຄົນ.

ແຂກມາທ່ຽວກຸ່ງເກົ່າ ເຫວ້ ເປັນຈຳນວນຫຼາຍ (ພາບ: VOV)

ໃນສະພາບການຮັບມືຢ່າງປອດໄພ, ຄ່ອງຕົວ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ຂະແໜງທ່ອງທ່ຽວແຂວງ ເທື່ອທຽນເຫວ້ ໄດ້ເປັນເຈົ້າການປ່ຽນແປງໃໝ່ວຽກງານໂຄສະນາເຜີຍແຜ່ພາບພົດການທ່ອງທ່ຽວ, ສຸມໃສ່ຕະຫຼາດພາຍໃນປະເທດຄື ນະຄອນຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ນະຄອນ ດ່າໜັງ, ແຂວງ ກວ໋າງບິ່ງ ແລະ ເຂດເຕິຍງວຽນ. ທ່ານ ຫງວຽນວັນຟຸກ, ຮອງຫົວໜ້າພະແນກທ່ອງທ່ຽວແຂວງ ເທື່ອທຽນເຫວ້ ໃຫ້ຮູ້ວ່າ:

“ໃນປີ 2022 ນີ້, ນອກຈາກການປຸກລະດົມ ກໍຄື ໜູນຊ່ວຍບັນດາວິສາຫະກິດທ່ອງທ່ຽວສ້າງລາຍການເຄື່ອນໄຫວກະຕຸ້ນການທ່ອງທ່ຽວດ້ວຍຜະລິດຕະພັນໃໝ່ແລ້ວ, ແຂວງ ເທື່ອທຽນເຫວ້ ຍັງຈັດຕັ້ງງານບຸນ, ເຫດການຕ່າງໆ ທີ່ສະແດງໃຫ້ເຫັນຄຸນຄ່າວັດທະນະທຳ, ປະຊາຊົນ ແລະ ອາຫານການກິນ. ນີ້ແມ່ນຮູບແບບທີ່ຊ່ວຍໃຫ້ບັນດາການເຄື່ອນໄຫວທອ່ງທ່ຽວແຜ່ກະຈາຍສູ່ແຂກທ່ອງທ່ຽວຫຼາຍກວ່າ”.

ປີນີ້, ເປັນຄັ້ງທຳອິດທີ່ແຂວງ ເທື່ອທຽນເຫວ້ ຈັດຕັ້ງງານບຸນ Festival 4 ລະດູ ດ້ວຍຫຼາຍເຫດການວັດທະນະທຳ, ສິລະປະທີ່ເປັນເອກະລັກສະເພາະ ໂດຍຈັດຂຶ້ນຕະຫຼອດປີ ເພື່ອໃຫ້ແຂກທ່ອງທ່ຽວເປັນເຈົ້າການຄັດເລືອກຈຸດເວລາທີ່ເໝາະສົມມາທ່ຽວຢູ່ເຫວ້ ແລະ ມີການທັດສະນະສຶກສາຕົວຈິງຢູ່ເຂດດິນແດນທີ່ເຕົ້າໂຮມມໍລະດົກ ແລະ ວັດທະນະທຳທີ່ເປັນເອກະລັກສະເພາະຫຼາຍຢ່າງນີ້.

 

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.

Top