• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການທູດລັດຖະສະພາສວມບົດບາດສຳຄັນໃນການພົວພັນ ຫວຽດນາມ - ມຽນມາ

ການນຳ 2 ທ່ານໄດ້ແບ່ງປັນກ່ຽວກັບບົດບາດຂອງອົງການນິຕິບັນຍັດໃນລະບົບການເມືອງ ແລະ ວິວັດການພັດທະນາຂອງແຕ່ລະປະເທດ.
  ທີ່ການໂອ້ລົມສົນທະນາ. (ພາບ: VNA)  

ຕອນ​ທ່ຽງ​ວັນ​ທ​ີ 05 ກັນ​ຍາ, ຢູ່ ຮ່າ​ໂນ້ຍ, ທີ່​ການ​ໂອ​້​ລົມ​ສົນ​ທະ​ນາ​ກັບ​ ທ່ານ Min Aung Hlaing, ປະ​ທາ​ນາ​ທິ​ບໍ​ດີ ມຽນ​ມາ, ທ່ານ ເຈິ່ນ​ແທັງ​ເໝີ້ນ, ປະ​ທານ​ສະ​ພາ​ແຫ່​ງ​ຊາດ ຫວຽດ​ນາມ ຢືນ​ຢັນ​ວ່າ ຫວຽດ​ນາມ ຖ​ື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ຄູ່​ຮ່ວມ​ມືການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ມຽນ​ມາ, ປາດ​ຖະ​ໜາ​ວ່າ​ປະ​ເທດ​ມຽນ​ມາ ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ພັດ​ທະ​ນາ.

ການ​ນຳ 2 ທ່ານ​ໄດ້​ແບ່ງ​ປັນ​ກ່ຽວ​ກັບ​ບົດ​ບາດ​ຂອງ​ອົງ​ການ​ນິ​ຕິ​ບັນ​ຍັດໃນ​ລະ​ບົບ​ກ​ານ​ເມືອງ ແລະ ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ. ກາ​ນຳ 2 ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ໂດຍ​ຖື​ວ່າ ການ​ທູດ​ລັດ​ຖະ​ສະ​ພາ​ໄດ້​ສວມ​ບົດ​ບາດ​ສຳ​ຄັນ​ໃນ​ການ​ພົວ​ພັນ​ຂອງ 2 ປະ​ເທດ, ປະ​ກອບ​ສ່ວນ​ປ​ັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຊຸກ​ຍູ້ ແລະ ຕິດ​ຕາມ​ກວດ​ກາການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ, ຜ່ານນັ້ນ ກໍ່ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ໃຫ້​ແກ່​ສັນ​ຕິ​ພາບ, ສະ​ຖ​ຽນ​ລະ​ພາບ, ການ​ຮ່ວມ​ມື​ຢູ່​ພາກ​ພື້ນ ແລະ ໃນ​ໂລ​ກ.

ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ 2 ສະ​ພາ​ແຫ່ງ​ຊາດ, ການ​ນຳ 2 ທ່ານ​ໄດ້​ເຫັນ​ດີເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄ​ະ​ນະ​ຜ​ູ້​ແທນ, ການ​ພົບ​ປະ, ແບ່ງ​ປັນ​ບົດ​ຮຽນ​ລະ​ຫວ່າງ​ບັນ​ດາ​ອົງ​ການ​ວິ​ຊາ​ສ​ະ​ເພາະ, ກຳ​ມາ​ທິ​ການ, ກຸ່ມ​ສະ​ມ​າ​ຊິກ​ລັດ​ຖະ​ສະ​ພາ; ເຫັນ​ດີ​ເປັນ​ເອ​ກະ​ພາບຊຸກ​ຍູ້​ການ​ຜັ​ນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕ​ົກ​ລົງ​ຮ່ວມ​ມື​ທີ່​ໄດ້​ລົງ​ນາມ​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ດຳເນີນການໂອ້ລົມສົນທະນາກັບທ່ານປະທານາທິບໍດີ ມຽນມາ Min Aung Hlaing

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ດຳເນີນການໂອ້ລົມສົນທະນາກັບທ່ານປະທານາທິບໍດີ ມຽນມາ Min Aung Hlaing

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃຫ້ຮູ້ວ່າ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນກັບ ມຽນມາ ກ່ຽວກັບການພັດທະນາປະເທດຊາດ, ການຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດ, ຊຸກຍູ້ການເຕີບໂຕແບບຍືນຍົງ.

Top