• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການທູດປະຊາຊົນ ປະກອບສ່ວນຍົກສູງທີ່ຕັ້ງຂອງ ບ່າເຣັຍ - ວູງເຕົ່າ ໃນສາຍຕາຂອງເພື່ອນມິດສາກົນ

ມາຮອດປະຈຸບັນ, ທາງແຂວງໄດ້ຮັບ ແລະ ຈັດຕັ້ງຜັນຂະຫຍາຍຫຼາຍລາຍການ, ໂຄງການດ້ວຍຍອດຈຳນວນເງິນທີ່ໃຫ້ຄຳໝັ້ນສັນຍາຊ່ວຍເຫຼືອແມ່ນກວ່າ 19,6 ລ້ານ USD
ແຂວງ ບ່າເຣັຍ - ວູງເຕົ່າ (ພາບ: baoquocte.vn)

ການພົວພັນຕ່າງປະເທດປະຊາຊົນແມ່ນໜຶ່ງໃນ 3 ເສົາຄ້ຳເພື່ອສ້າງພື້ນຖານການຕ່າງປະເທດຢ່າງຮອບດ້ານ, ສ້າງພື້ນຖານມິດຕະພາບ, ສ້າງສະພາບແວດລ້ອມແຫ່ງຄວາມສະດວກເພື່ອຊຸກຍູ້ການພົວພັນ, ຮ່ວມມືຢູ່ຂັ້ນທ້ອງຖິ່ນ, ກໍ່ຄືລະດັບຊາດ. ໃນຊຸມປີຜ່ານມາ, ແຂວງ ບ່າເຣັຍ - ວູງເຕົ່າ ເອົາໃຈໃສ່ເປັນພິເສດເຖິງວຽກງານການພົວພັນຕ່າງປະເທດປະຊາຊົນ, ປະກອບສ່ວນສ້າງເຄື່ອງໝາຍການຄ້າ, ພາບພົດຂອງແຂວງ ບ່າເຣີຍ - ວູງເຕົ່າ ສຳລັບບັນດານັກລົງທຶນ ກໍ່ຄືປະຊາຄົມສາກົນ.

ງານພົບປະແລກປ່ຽນຕ້ອນຮັບບຸນປີໃຫມ່ປະເພນີ ເຊິ່ງແຂວງ ບ່າເຣັຍ - ວູງເຕົ່າ ຈັດຂຶ້ນໃຫ້ບັນດາກຳມະກອນທີ່ເປັນຊາວ ລາວ, ກຳປູເຈຍ, ໄທ ພວມດຳລົງຊີວິດຢູ່ບໍລິເວນແຂວງ ແມ່ນຄວາມລື້ງເຄີຍສຳລັບປະຊາຄົມຊາວຕ່າງປະເທດ ພວມດຳລົງຊີວິດຢູ່ແຂວງ ບ່າເຣີຍ - ວູງເຕົ່າ. ບັນດາລາຍການສະແດງສິລະປະ, ຮ້ານອາຫານທີ່ແນະນຳໃນວັນບຸນ, ລາຍການພົບປະແລກປ່ຽນໄດ້ຊ່ວຍໃຫ້ປະຊາຊົນບັນດາປະເທດ ມີຄວາມເຂົ້າໃຈກ່ຽວກັບຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງແຕ່ລະປະເທດຕື່ມອີກ. ພ້ອມດ່ຽວກັນນັ້ນ, ຊາວຕ່າງປະເທດກໍ່ຮູ້ສຶກມີຄວາມອົບອຸ່ນກວ່າ ເມື່ອໄດ້ດຳລົງຊີວິດໃນບັນຍາກາດຂອງບຸນປີໃໝ່ປະເພນີຂອງປະເທດຕົນ, ໄດ້ໂຄສະນາວັດທະນະທຳທີ່ເປັນມູນເຊື້ອຂອງປະເທດຕົນໃຫ້ປະຊາຊົນທ້ອງຖິ່ນ.

-  ໃດກໍ່ມີຄວາມເບີກບ່ານມວນຊື່ນຍ້ອນທາງແຂວງໄດ້ຈັດພິທີຕ້ອນຮັບບຸນປີໃໝ່ໃຫ້ຄ້າຍຄືກັນທີ່ຈັດຂຶ້ນຄືຢູ່ ລາວ, ມ່ວນຫຼາຍ, ໄດ້ເຂົ້າຮ່ວມການຫົດນ້ຳ.

-     ນ້ອງມີຄວາມເບີກບານມ່ວນຊື່ນຫຼາຍທີ່ໄດ້ຕ້ອນຮັບບຸນປີໃໝ່ຢູ່ທີ່ນີ້, ນ້ອງໄດ້ພົບປະກັບເພື່ອນ ຫວຽດນາມ ແລະ ກຳປູເຈຍ ຫຼາຍຄົນ.

-     ເຫດການນີ້ມີຄວາມໝາຍ ແລະ ມີຄວາມສຳຄັນຍິ່ງ, ຊ່ວຍໃຫ້ການພົບປະແລກປ່ຽນວັດທະນະທຳນັບມື້ນັບພັດທະນາກວ່າເກົ່າ.

ບໍ່ພຽງແຕ່ຈັດບຸນປີໃໝ່ປະເພນີຂອງບັນດາປະເທດເທົ່ານັ້ນ, ແຕ່ການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳທີ່ຈັດສະເພາະໃຫ້ນັກຮຽນ, ນັກສຶກສາລະຫວ່າງແຂວງ ບ່າເຣັຍ - ວູງເຕົ່າ ແລະ ບັນດາຄູ່ຮ່ວມມືໄດ້ຈັດຂຶ້ນຢ່າງມີປະສິດທິຜົນ. ພິເສດ, ໃນປີ 2022, ທາງແຂວງໄດ້ຈັດການເຄື່ອນໄຫວຕອບສະໜອງປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ຈັດງານ “ການພົບປະແລກປ່ຽນມິດຕະພາບຊາວໜຸ່ມ ແຂວງ ບ່າເຣັຍ - ວູງເຕົ່າ ແລະ ສຶກສາ, ນັກຄົ້ນຄວ້າ ກຳປູເຈຍ” ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ… ຕີລາຄາກ່ຽວກັບການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນລະຫວ່າງບັນດາທ້ອງຖິ່ນຂອງ ຫວຽດນາມ ກັບ ກຳປູເຈຍ, ທ່ານ Sok Dareth, ຫົວໜ້າສະຖານກົງສູນແຫ່ງລາຊະອານາຈັກ ກຳປູເຈຍ ປະຈຳ ຫວຽດນາມ, ແບ່ງປັນວ່າ:

“ເລື່ອງຈັດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດຂຶ້ນຢ່າງສົມກຽດນັ້ນ ເປັນການສະແດງໃຫ້ເຫັນອາລົມຈິດພິເສດ, ຢືນຢັນນ້ຳໃຈສາມັກຄີຢ່າງເລິກເຊິ່ງທີ່ສຸດລະຫວ່າງ 2 ປະເທດຊາດ, ຂ່ຳນັບຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງເຊິ່ງ 2 ປະເທດສ້າງມາໄດ້ ແລະ ການພັດທະນາໃນທຸກຂົງເຂດເຊິ່ງ 2 ປະເທດພ້ອມກັບເພີ່ມພູນຄູນສ້າງ”.

  ທ່ານນາງ ຫງວຽນທິອຽນ, ຮອງເລຂາຜູ້ປະຈຳການຄະນະພັກແຂວງ ບ່າເຣັຍ - ວູງເຕົ່າ (ພາບ: baria-vungtau.gov.vn)  

ພ້ອມກັບການເຄື່ອນໄຫວພົວພັນປະແລກປ່ຽນວັດທະນະທຳ, ຜ່ານວຽກງານພົວພັນຕ່າງປະເທດປະຊາຊົນ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ບ່າເຣັຍ - ວູງເຕົ່າ ຍັງໄດ້ຂົນຂວາຍ, ຮັບເອົາແຫຼ່ງອຸປະຖຳຈາກບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ; ອົງການຈັດຕັ້ງ, ສ່ວນບຸກຄົນຊາວຕ່າງປະເທດ. ມາຮອດປະຈຸບັນ, ທາງແຂວງໄດ້ຮັບ ແລະ ຈັດຕັ້ງຜັນຂະຫຍາຍຫຼາຍລາຍການ, ໂຄງການດ້ວຍຍອດຈຳນວນເງິນທີ່ໃຫ້ຄຳໝັ້ນສັນຍາຊ່ວຍເຫຼືອແມ່ນກວ່າ 19,6 ລ້ານ USD, ສຸມໃສ່ບັນດາຂົງເຂດ: ເບິ່ງແຍງສຸຂະພາບ; ໜູນຊ່ວຍບັນດາໂຄງການສາທາລະນະສຸກ; ອຸປະກະລະສັງຄົມ; ການປົກປັກຮັກສາສິ່ງແວດລ້ອມ… ຕີລາຄາລວມກ່ຽວກັບວຽກງານພົວພັນຕ່າງປະເທດປະຊາຊົນຂອງແຂວງ, ທ່ານນາງ ຫງວຽນທິອຽນ, ຮອງເລຂາຜູ້ປະຈຳການຄະນະພັກແຂວງ ບ່າເຣັຍ - ວູງເຕົ່າ, ຖືວ່າ:

“ວຽກງານພົວພັນຕ່າງປະເທດໄດ້ຮັບການເປີດກວ້າງ ແລະ ເພີ່ມທະວີຕາມທິດລົງເລິກ. ການເຄື່ອນໄຫວພົວພັນແລກປ່ຽນກັບຕ່າງປະເທດກ່ຽວກັບວັດທະນະທຳສິລະປະໄດ້ຮັບຄວາມເອົາໃຈໃສ່, ປະຕິບັດຢ່າງມີປະສິດທິຜົນເທື່ອລະກ້າວ. ການພົວພັນຕ່າງປະເທດປະຊາຊົນໄດ້ຮັບການເພີ່ມທະວີ ແລະ ເປີດກວ້າງ”.

  (ນັກຄົ້ນຄວ້າ Kyle Springer)  

ຄວາມມານະພະຍາຍາມຊຸກຍູ້ການພົວພັນຕ່າງປະເທດປະຊາຊົນ ໄດ້ປະກອບສ່ວນສ້າງເຄື່ອງໝາຍການຄ້າ, ພາບພົດທີ່ດີງາມຂອງແຂວງ ບ່າເຣັຍ - ວູງເຕົ່າ ໃນສາຍຕາຂອງເພື່ອນມິດສາກົນ, ໃນນັ້ນມີບັນດານັກລົງທຶນຕ່າງປະເທດ. ນັກຄົ້ນຄວ້າ Kyle Springer, ຜູ້ຂຽນບົດລາຍງານ “ແຂວງ ບ່າເຣັຍ - ວູງເຕົ່າ: ນຳໜ້າໃນການພົວພັນເສດຖະກິດ ອົດສະຕາລີ ແລະ  ຫວຽດນາມ”, ແບ່ງປັນວ່າ:

“ບັນດາປັດໄຈທີ່ສົມທົບເຂົ້າກັນ ແລະ ທັດສະນະສະໜັບສະໜູນການລົງທຶນຂອງແຂວງ ໄດ້ນຳແຂວງ ບ່າເຣັຍ - ວູງເຕົ່າ ກາຍເປັນທ້ອງຖິ່ນນຳໜ້າໃນການຮ່ວມສຳພັນເສດຖະກິດລະຫວ່າງ ອົດສະຕາລີ ແລະ ຫວຽດນາມ. ບັນດາຈຸດນີ້ຍັງນຳແຂວງ ບ່າເຣັຍ - ວູງເຕົ່າ ກາຍເປັນໜຶ່ງໃນບັນດາສະຖານທີ່ດູດດື່ມແຖວໜ້າສຳລັບນັກລົງທຶນຕ່າງປະເທດຢູ່ ຫວຽດາມ”.

ດ້ວຍທິດນຳສັນຕິພາບ, ສາມັກຄີ, ມິດຕະພາບ ແລະ ຮ່ວມມື, ບັນດາການເຄື່ອນໄຫວການທູດປະຊາຊົນຂອງແຂວງ ບ່າເຣັຍ - ວູງເຕົ່າ ບໍ່ພຽງແຕ່ເພີ່ມຂຶ້ນທາງດ້ານຈຳນວນເນື້ອໃນເທົ່ານັ້ນ, ຫາກຍັງນັບທັງດ້ານຮູບການທີ່ນັບມື້ນັບອຸດົມສົມບູນ, ຫຼາຍຮູບຫຼາຍແບບ ແລະ ເປີດກວ້າງນັບທັງຂອບຂະໜາດອີກດ້ວຍ. ສິ່ງດັ່ງກ່າວໄດ້ປະກອບສ່ວນເຂົ້າໃນການເປີດກວ້າງການພົວພັນມິດຕະພາບ, ການຮ່ວມມືສາກົນຂອງແຂວງ, ພ້ອມທັງສ້າງພາບພົດຂອງແຂວງ ບ່າເຣັຍ - ວູງເຕົ່າ ທີ່ຂະຫຍັນຂັນເຄື່ອນ ແລະ ເຊື່ອມໂຍງອີກດ້ວຍ.

 

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top