ນະທີ່ນີ້, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ ເລື່ອງ ປະເທດສາທາລະນະເຊັກໂກ ຢຸດຕິການອອກວິຊາສໍາລັບຜູ້ອອກແຮງງານ ຂອງຫວຽດນາມ ພຽງແຕ່ເປັນບັນຫາທີ່ມີລັກສະນະເຕັກນິກເທົ່ານັ້ນ. ທ່ານນາງ ເລທິທູຮັ່ງ ກ່າວວ່າ:
“ພວກຂ້າພະເຈົ້າ ເຂົ້າໃຈວ່າ ນີ້ແມ່ນບັນຫາທີ່ມີລັກສະນະເຕັກນິກ ແລະ ພ້ອມແລ້ວທີ່ຈະສົມທົບກັບຝ່າຍເຊັກໂກ ແກ້ໄຂບັນດາຂໍ້ຄ້າງຄາໃນການອອກວິຊາໄລຍະຍາວຕາມຈຸດປະສົງອອກແຮງງານ ແລະ ດໍາເນີນທຸລະກິດຂອງຊາວຫວຽດນາມ. ຜ່ານນັ້ນ, ສ້າງເງື່ອນໄຂຊຸກຍູ້ໃຫ້ແກ່ການຮ່ວມມືສອງຝ່າຍໃນຫຼາຍຂົງເຂດ, ເໝາະສົມກັບການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະ ສ. ເຊັກໂກ”.
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ
(ພາບ:TTXVN)
ສ່ວນເມື່ອຕອບສໍາພາດຕໍ່ນັກຂ່າວ ທີ່ກ່ຽວຂ້ອງເຖິງການເລືອກຕັ້ງສະພາແຫ່ງຊາດກໍາປູເຈຍ ຊຸດທີ 6, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ແຈ້ງຜົນຂອງການເລືອກຕັ້ງສະພາແຫ່ງຊາດ ກໍາປູເຈຍ ຊຸດທີ 6 ທີ່ສື່ມວນຊົນໄດ້ນໍາສະເໜີ. ການເລືອກຕັ້ງໄດ້ດໍາເນີນຢ່າງສະດວກ, ເສລີ, ປະຊາທິປະໄຕ ດ້ວຍອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດສູງ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຂອງຜູ້ມີສິດເລືອກຕັ້ງ ກໍາປູເຈຍ ຕໍ່ອະນາຄົດຂອງປະເທດນີ້. ຫວຽດນາມສະແດງຄວາມຍິນດີກັບປະເທດກໍາປູເຈຍ ທີ່ໄດ້ຈັດຕັ້ງສໍາເລັດການເລືອກຕັ້ງທີ່ສໍາຄັນນີ້ ແລະ ເຊື່ອໝັ້ນວ່າ:
“ສໍາລັບຜົນສໍາເລັດດັ່ງກ່າວ, ກໍາປູເຈຍຈະສືບຕໍ່ຍາດໄດ້ຫຼາຍຜົນງານອັນຍິ່ງໃຫຍ່ກວ່າເກົ່າ ໃນການສ້າງສາປະເທດກໍາປູເຈຍ ສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ”.
(ແຫຼ່ງຄັດຈາກ VOV)