• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ​ຕັ້​ງ​ໜ້າ​ເຂົ້າ​ຮ່ວມ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທົ່ວ​ໂລກ

ທ່ານລັດຖະມົນຕີ ເລືອງຕາມກວາງ ເນັ້ນໜັກວ່າ ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການສະໜັບສະໜູນບົດບາດເປັນໃຈກາງຂອງ ສປຊ ໃນລະບົບຄຸ້ມຄອງທົ່ວໂລກ, ພິເສດແມ່ນໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ.
ທ່ານລັດຖະມົນຕີກະຊວງຕຳຫຼວດ ເລືອງຕາມກວາງ ໃຫ້ການຕ້ອນຮັບທ່ານນາງ Pauline Tamesis ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ

ກຳລັງຕຳຫຼວດຫວຽດນາມ ຍາມໃດກໍ່ຕັ້ງໜ້າ ແລະ ພ້ອມແລ້ວທີ່ຈະເຂົ້າຮ່ວມແກ້ໄຂບັນດາບັນຫາທົ່ວໂລກ. ນັ້ນແມ່ນການຢັ້ງຢືນຂອງທ່ານລັດຖະມົນຕີກະຊວງຕຳຫຼວດ ເລືອງຕາມກວາງ ໃນການຕ້ອນຮັບທ່ານນາງ Pauline Tamesis ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ ໃນຕອນບ່າຍວັນທີ 18 ກໍລະກົດ ຢູ່ຮ່າໂນ້ຍ.

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ເລືອງຕາມກວາງ ເນັ້ນໜັກວ່າ ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການສະໜັບສະໜູນບົດບາດເປັນໃຈກາງຂອງ ສປຊ ໃນລະບົບຄຸ້ມຄອງທົ່ວໂລກ, ພິເສດແມ່ນໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. ທ່ານລັດຖະມົນຕີ ເລືອງຕາມກວາງ ໃຫ້ຮູ້ວ່ານັບແຕ່ປີ 2022 ມາຮອດປັດຈຸບັນ, ກະຊວງຕຳຫຼວດຫວຽດນາມ ໄດ້ຈັດສົ່ງ 4 ກຸ່ມປະຕິບັດງານ, ລວມມີນາຍຕຳຫຼວດ 11 ຄົນໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ ຄະນະປະຕິບັດງານ UNMISS ຢູ່ ຊູດັງໃຕ້ ແລະ ຄະນະປະຕິບັດງານ UNISFA (ເຂດ Abyei); ຈັດສົ່ງນາຍຕຳຫຼວດ 1 ຄົນໄປເຮັດວຽກຢູ່ຫ້ອງການຕຳຫຼວດ, ກົມເຄື່ອນໄຫວເພື່ອສັນຕິພາບ ສປຊ. ໄປຄຽງຄູ່ກັນນັ້ນ, ໃນເດືອນມັງກອນ ປີ 2024, ກະຊວງຕຳຫຼວດໄດ້ສ້າງ ແລະ ເປີດຕົວກົມກອງຕຳຫຼວດຮັກສາສັນຕິພາບ ສປຊເລກ 1. ໄປຄຽງຄູ່ກັນນັ້ນ, ກະຊວງຕຳຫຼວດກໍ່ໄດ້ສົມທົບກັບບັນດາອົງການຂອງສປຊ ປະຈຳ ຫວຽດນາມຢ່າງເປັນປະຈຳ ແລະ ແໜ້ນແຟ້ນໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ, ດີເດັ່ນແມ່ນເປົ້າໝາຍ ຂອງຄຳໝັ້ນສັນຍາທີ່ໄດ້ຍົກອອກມາໃນໂຄງການເຄື່ອນໄຫວແຫ່ງຊາດກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ ທີ່ໄດ້ປະກາດໃນຕົ້ນປີ 2024.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຄວາມ​ໝັ້ນ​ຄົງ​ດ້ານ​ຂໍ້​ມູນ​ຕ້ອງ​ຖື​ຢູ່​ລ​ະ​ດັບ​ຍຸ​ດ​ທະ​ສາດ​ເພື່ອ​ປົກ​ປ້ອງ​ຂໍ້​ມູນ​ຂອງ​ປະ​ຊາ​ຊົນ​ 100 ລ້ານ​ຄົນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຄວາມ​ໝັ້ນ​ຄົງ​ດ້ານ​ຂໍ້​ມູນ​ຕ້ອງ​ຖື​ຢູ່​ລ​ະ​ດັບ​ຍຸ​ດ​ທະ​ສາດ​ເພື່ອ​ປົກ​ປ້ອງ​ຂໍ້​ມູນ​ຂອງ​ປະ​ຊາ​ຊົນ​ 100 ລ້ານ​ຄົນ

ເພື່ອຫັນເປົ້າໝາຍການເຕີບໂຕບັນລຸລະດັບ 10%ໃຫ້ປະກົດຜົນເປັນຈິງ, ທ່ານນາຍົກລັດຖະມົນຕີ ຖືວ່າ ບໍ່ພຽງແຕ່ອີງຕາມບັນດາກຳລັງໜູນເຕີບໂຕແບບເກົ່າທີ່ພວມຄ່ອຍໆຮອດລະດັບກຳນົດເທົ່ານັ້ນ ຫາກຍັງຕ້ອງ ຂຸດຄົ້ນປະສິດທິຜົນຂອງບັນດາກຳລັງໜູນເຕີບໂຕໃຫຍ່ຢ່າງສຸດຂີດອີກດ້ວຍ

Top