ຂ່າວສານ
ກະຊວງກໍ່ສ້າງ: ເລືອກບໍລິສັດທີ່ປຶກສາ ເອີລົບໃຫ້ແກ່ໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ເໜືອ - ໃຕ້
ທີ່ການຖະແຫຼງຂ່າວປະຈຳໄຕມາດທີ I ປີ 2026 ຂອງກະຊວງກໍ່ສ້າງ ຫວຽດນາມ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 30 ມັງກອນ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນແຢງຮຸຍ ຮອງລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ ໃຫ້ຮູ້ວ່າ ຫົວໜ່ວຍພວມຮີບດ່ວນປະຕິບັດສຳເລັດບົດລາຍງານ ກ່ຽວກັບກົນໄກພິເສດ,ວິທີການລົງທຶນ ແລະ ເງື່ອນໄຂເລືອກເອົານັກລົງທຶນ ໃຫ້ແກ່ໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ເໜືອ - ໃຕ້, ສ້າງຄວາມຄືບໜ້າຂອງວຽກງານຢ່າງລະອຽດເພື່ອຮັບປະກັນການເລີ່ມລົງມືກໍ່ສ້າງໂຄງການໃນທ້າຍປີ 2026. ທ່ານໃຫ້ຮູ້ວ່າ:
ມາຮອດປັດຈຸບັນ ພວກຂ້າພະເຈົ້າໄດ້ເລືອກເອົາ ບໍລິສັດທີ່ປຶກສາ ເອີລົບໃຫ້ແກ່ ບໍລໂຄງການກໍສ້າງເສັ້ນ ທາງລົດໄຟຄວາມໄວສູງ ເໜືອ - ໃຕ້. ບໍລິສັດທີ່ປຶກສາດ້ານເຕັກນິກ Ineco ແມ່ນບໍລິສັດໃຫຍ່ຂອງ ແອັດສະປາຍ ເຊິ່ງແມ່ນວິສາຫະກິດ ໜູນຊ່ວຍພວກຂ້າພະເຈົ້າໃນການຄຸ້ມຄອງໂຄງການ. ເພື່ອຕີລາຄາປະສິດທິຜົນຂອງໂຄງການຄືແນວໃດ? ບັນຫາດ້ານເຕັກນິກຄືແນວໃດ? ບັນຫາເຕັກໂນໂລຢີຄືແນວໃດ?. ຕາມຂໍ້ກຳນົດຂອງກົດໝາຍ ແລະ ພຶດຕິກຳຕົວຈິງ, ຕ້ອງມີບົດລາຍງານຄົ້ນຄ້ວາຄວາມເປັນໄປໄດ້ຂອງໂຄງການ ພວກຂ້າພະເຈົ້າຈຶ່ງມີຂໍ້ມູນຢ່າງຄົບຖ້ວນເພື່ອຕອບຄຳຖາມກ່ຽວກັບຍອດເງິນລົງທຶນ, ປະສິດທິຜົນ ແລະ ຮູບແບບການລົງທຶນ.








