• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຟ້າມ​ມິງ​ຈິງ: ຍ​ູ້​ແຮງ​ການ​ປະ​ຕິ​ຮູບ, ຍົກ​ສູງ​ຄຸນ​ນະ​ພາບ​ລະ​ບອບ ລະ​ບຽບ​ການ, ນະ​ໂຍ​ບາຍ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ເອ​ກະ​ຊົນ

ຕ້ອງຍູ້ແຮງການປະຕິຮູບ, ບູລະນະ, ຍົກສູງຄຸນນະພາບລະບອບລະບຽບການ, ນະໂຍບາຍ, ຮັບປະກັນ ແລະ ປົກປ້ອງສິດກຳມະສິດ, ສິດຊັບສິນ, ສິດເສລີໃນການດຳເນີນທຸລະກິດ, ສິດແກ້ງແຍ້ງຢ່າງມີຄວາມສະເໝີພາບ ຂອງເສດຖະກິດເອກະຊົນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນຊີ້ນຳ ຢູ່ກອງປະຊຸມ (ພາບ: VGP/Nhật Bắc)
ກ່າວຄຳເຫັນສະຫຼຸບທີ່ກອງປະຊຸມຄັ້ງທີ 4 ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການຜັນຂະຫຍາຍ ມະຕິເລກທີ 68 ຂອງກົມການເມືອງ ກ່ຽວກັບການພັດທະນາເສດຖະກິດເອກະຊົນ (ຄະນະຊີ້ນຳ) ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 31 ມັງກອນ, ຢູ່ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳ, ຮຽກຮ້ອງ ຕ້ອງຍູ້ແຮງການປະຕິຮູບ, ບູລະນະ, ຍົກສູງຄຸນນະພາບລະບອບລະບຽບການ, ນະໂຍບາຍ, ຮັບປະກັນ ແລະ ປົກປ້ອງສິດກຳມະສິດ, ສິດຊັບສິນ, ສິດເສລີໃນການດຳເນີນທຸລະກິດ, ສິດແກ້ງແຍ້ງຢ່າງມີຄວາມສະເໝີພາບ ຂອງເສດຖະກິດເອກະຊົນ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສະຫຼຸບ, ຕີລາຄາຢ່າງຄົບຖ້ວນບັນດາລາຍການ, ແຜນການເພື່ອແນໃສ່ຫັນແຜນນະໂຍບາຍຂອງພັກ ກ່ຽວກັບການພັດທະນາເສດຖະກິດເອກະຊົນເປັນລະບອບລະບຽບການ; ຍູ້ແຮງການປະຕິຮູບການປະຕິບັດລະບຽບການບໍລິຫານ ແລະ ຜັນຂະຫຍາຍນະໂຍບາຍປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍໃຫ້ແກ່ວິສາຫະກິດ; ຮັບປະກັນສິດເສລີໃນການດຳເນີນທຸລະກິດ, ສິດສະເໝີພາບໄດ້ສຳຜັດກັບແຫຼ່ງກຳລັງ;ຕ້ອງຮັບຟັງ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຂອງວິສາຫະກິດເປັນປະຈຳ.

(ແຫຼ່ງຄັດຈາກ VOV)

ຕວກ​ກີ ພ້ອມ​ແລ້ວ​ທີ່​ຈະ​ເປັນ​ກາງ​ໄກ່​ເກ່ຍ​ໃຫ້​ແກ່​ບັນ​ດາ​ການ​ເຈ​ລະ​ຈາ ອາ​ເມ​ລິ​ກາ-ອີ​ຣານ

ຕວກ​ກີ ພ້ອມ​ແລ້ວ​ທີ່​ຈະ​ເປັນ​ກາງ​ໄກ່​ເກ່ຍ​ໃຫ້​ແກ່​ບັນ​ດາ​ການ​ເຈ​ລະ​ຈາ ອາ​ເມ​ລິ​ກາ-ອີ​ຣານ

ເຖິງວ່າ ອີຢູ ຖືກຳລັງພິທັກປະຕິວັດອິດສະລາມ ອີຣານ (IRGC) ແມ່ນ “ອົງການກໍ່ການຮ້າຍ” ກໍ່ຕາມ ແຕ່ສິ່ງດັ່ງກ່າວກໍ່ບໍ່ໝາກຄວາມວ່າ ແມ່ນການຍຸບເລິກການເຈລະຈາກັບ ເຕເຮຣານ.

Top