ຂ່າວສານ ນາຍົກລັດຖະມົນຕີ ຟ້າມມິງຈິງ: ຍູ້ແຮງການປະຕິຮູບ, ຍົກສູງຄຸນນະພາບລະບອບ ລະບຽບການ, ນະໂຍບາຍເພື່ອພັດທະນາເສດຖະກິດເອກະຊົນ 01/02/2026 ຕ້ອງຍູ້ແຮງການປະຕິຮູບ, ບູລະນະ, ຍົກສູງຄຸນນະພາບລະບອບລະບຽບການ, ນະໂຍບາຍ, ຮັບປະກັນ ແລະ ປົກປ້ອງສິດກຳມະສິດ, ສິດຊັບສິນ, ສິດເສລີໃນການດຳເນີນທຸລະກິດ, ສິດແກ້ງແຍ້ງຢ່າງມີຄວາມສະເໝີພາບ ຂອງເສດຖະກິດເອກະຊົນ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນຊີ້ນຳ ຢູ່ກອງປະຊຸມ (ພາບ: VGP/Nhật Bắc)ກ່າວຄຳເຫັນສະຫຼຸບທີ່ກອງປະຊຸມຄັ້ງທີ 4 ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການຜັນຂະຫຍາຍ ມະຕິເລກທີ 68 ຂອງກົມການເມືອງ ກ່ຽວກັບການພັດທະນາເສດຖະກິດເອກະຊົນ (ຄະນະຊີ້ນຳ) ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 31 ມັງກອນ, ຢູ່ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳ, ຮຽກຮ້ອງ ຕ້ອງຍູ້ແຮງການປະຕິຮູບ, ບູລະນະ, ຍົກສູງຄຸນນະພາບລະບອບລະບຽບການ, ນະໂຍບາຍ, ຮັບປະກັນ ແລະ ປົກປ້ອງສິດກຳມະສິດ, ສິດຊັບສິນ, ສິດເສລີໃນການດຳເນີນທຸລະກິດ, ສິດແກ້ງແຍ້ງຢ່າງມີຄວາມສະເໝີພາບ ຂອງເສດຖະກິດເອກະຊົນ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສະຫຼຸບ, ຕີລາຄາຢ່າງຄົບຖ້ວນບັນດາລາຍການ, ແຜນການເພື່ອແນໃສ່ຫັນແຜນນະໂຍບາຍຂອງພັກ ກ່ຽວກັບການພັດທະນາເສດຖະກິດເອກະຊົນເປັນລະບອບລະບຽບການ; ຍູ້ແຮງການປະຕິຮູບການປະຕິບັດລະບຽບການບໍລິຫານ ແລະ ຜັນຂະຫຍາຍນະໂຍບາຍປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍໃຫ້ແກ່ວິສາຫະກິດ; ຮັບປະກັນສິດເສລີໃນການດຳເນີນທຸລະກິດ, ສິດສະເໝີພາບໄດ້ສຳຜັດກັບແຫຼ່ງກຳລັງ;ຕ້ອງຮັບຟັງ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຂອງວິສາຫະກິດເປັນປະຈຳ.

ຕ້ອງຍູ້ແຮງການປະຕິຮູບ, ບູລະນະ, ຍົກສູງຄຸນນະພາບລະບອບລະບຽບການ, ນະໂຍບາຍ, ຮັບປະກັນ ແລະ ປົກປ້ອງສິດກຳມະສິດ, ສິດຊັບສິນ, ສິດເສລີໃນການດຳເນີນທຸລະກິດ, ສິດແກ້ງແຍ້ງຢ່າງມີຄວາມສະເໝີພາບ ຂອງເສດຖະກິດເອກະຊົນ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນຊີ້ນຳ ຢູ່ກອງປະຊຸມ (ພາບ: VGP/Nhật Bắc)ກ່າວຄຳເຫັນສະຫຼຸບທີ່ກອງປະຊຸມຄັ້ງທີ 4 ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການຜັນຂະຫຍາຍ ມະຕິເລກທີ 68 ຂອງກົມການເມືອງ ກ່ຽວກັບການພັດທະນາເສດຖະກິດເອກະຊົນ (ຄະນະຊີ້ນຳ) ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 31 ມັງກອນ, ຢູ່ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳ, ຮຽກຮ້ອງ ຕ້ອງຍູ້ແຮງການປະຕິຮູບ, ບູລະນະ, ຍົກສູງຄຸນນະພາບລະບອບລະບຽບການ, ນະໂຍບາຍ, ຮັບປະກັນ ແລະ ປົກປ້ອງສິດກຳມະສິດ, ສິດຊັບສິນ, ສິດເສລີໃນການດຳເນີນທຸລະກິດ, ສິດແກ້ງແຍ້ງຢ່າງມີຄວາມສະເໝີພາບ ຂອງເສດຖະກິດເອກະຊົນ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສະຫຼຸບ, ຕີລາຄາຢ່າງຄົບຖ້ວນບັນດາລາຍການ, ແຜນການເພື່ອແນໃສ່ຫັນແຜນນະໂຍບາຍຂອງພັກ ກ່ຽວກັບການພັດທະນາເສດຖະກິດເອກະຊົນເປັນລະບອບລະບຽບການ; ຍູ້ແຮງການປະຕິຮູບການປະຕິບັດລະບຽບການບໍລິຫານ ແລະ ຜັນຂະຫຍາຍນະໂຍບາຍປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍໃຫ້ແກ່ວິສາຫະກິດ; ຮັບປະກັນສິດເສລີໃນການດຳເນີນທຸລະກິດ, ສິດສະເໝີພາບໄດ້ສຳຜັດກັບແຫຼ່ງກຳລັງ;ຕ້ອງຮັບຟັງ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຂອງວິສາຫະກິດເປັນປະຈຳ.