• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ ບັນ​ດາ​ເຈົ້າ​ໜ້າ​ທີ່​ອາ​ວະ​ໂສ ອາ​ຊຽນ - ຈີນ​ກ່ຽວ​ກັບການປະ​ຕິ​ບັດ​ຖະ​ແຫຼງ​ການວ່າ​ດ້ວຍ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຄັ້ງ​ທີ 25

ທ່ານ ດັ້ງຮ່ວາງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ ການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ ແມ່ນຕອບສະໜອງຜົນປະໂຫຍດລວມຂອງທຸກປະເທດ
  ອງປະຊຸມ ບັນດາເຈົ້າໜ້າທີ່ອາວະໂສ (SOM) ອາຊຽນ - ຈີນ ກ່ຽວກັບປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຄັ້ງທີ 25 (ພາບ: VOV)  
ກອງປະຊຸມ ບັນດາເຈົ້າໜ້າທີ່ອາວະໂສ (SOM) ອາຊຽນ - ຈີນ ກ່ຽວກັບປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຄັ້ງທີ 25 (SOM-DOC 25), ໄດ້ດຳເນີນໃນວັນທີ 30 ມັງກອນ, ຢູ່ Cebu, ປະເທດ ຟີລິບປິນ. ກ່າວຄຳເຫັນນະທີ່ນີ້, ທ່ານ ດັ້ງຮ່ວາງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ ການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ ແມ່ນຕອບສະໜອງຜົນປະໂຫຍດລວມຂອງທຸກປະເທດ; ທ່ານສະເໜີບັນດາຝ່າຍປະຕິບັດຕາມກົດໝາຍສາກົນ ແລະ ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982). ທ່ານຢັ້ງຢືນວ່າ DOC ແມ່ນໜຶ່ງໃນບັນດາເອກະສານພື້ນຖານໃນການພົວພັນ ອາຊຽນ - ຈີນ, ທ່ານສະເໜີບັນດາຝ່າຍສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຮັບປະກັນການປະຕິບັດ ບັນດາຂໍ້ກຳນົດ, ຄຳໝັ້ນສັນຍາໃນ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ຜ່ານນັ້ນປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ຢູ່ທະເລຕາເວັນອອກ ແລະ ພາກພື້ນ ເວົ້າລວມ, ພ້ອມທັງສ້າງສະພາບແວດລ້ອມແຫ່ງຄວາມສະດວກໃຫ້ແກ່ ການເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC).

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ພັກ​ກອມ​ມູ​ນິດ ຫວຽດ​ນາມ ກຳ​ນົດ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ແມ່ນ​ລັດ​ຖະ​ນະ​ໂຍ​ບາຍ​ແຖວ​ໜ້າ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ພັກ​ກອມ​ມູ​ນິດ ຫວຽດ​ນາມ ກຳ​ນົດ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ແມ່ນ​ລັດ​ຖະ​ນະ​ໂຍ​ບາຍ​ແຖວ​ໜ້າ

ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ພັກກອມມູນິດ ຫວຽດນາມ ຍາມໃດກໍ່ກຳນົດການສຶກສາ ແລະ ບຳລຸງສ້າງແມ່ນລັດຖະນະໂຍບາຍແຖວໜ້າ, ແມ່ນພື້ນຖານເພື່ອພັດທະນາປະເທດຊາດໂດຍໄວ ແລະຍືນຍົງ.

Top