• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະ​ຊວງ​ການ​ເງິນ ອາ​ເມ​ລິ​ກາ ກຳ​ນົດ ຫວຽດ​ນາມ ບໍ່​ຄອບ​ງຳ​ເງິນ​ຕາ

ທີ່ບັນດາການເຮັດວຽກລະຫວ່າງສອງຝ່າຍ ກັບທະນາຄານແຫ່ງລັດ ຫວຽດນາມ, ກະຊວງການເງິນ ອາເມລິກາ ໄດ້ຕີລາສູງ ການບໍລິຫານນະໂຍບາຍເງິນຕາ ແລະ ອັດຕາແລກປ່ຽນເງິນຕາຂອງ ຫວຽດນາມ ທີ່ໄດ້ສະແດງໃຫ້ເຫັນຄວາມເຂັ້ມງວດຂອງ ຫວຽດນາມ
ກະຊວງການເງິນ ອາເມລິກາ ກຳນົດ ຫວຽດນາມ ບໍ່ຄອບງຳເງິນຕາ (ພາບ: baochinhphu.vn)

ວັນທີ 8 ພະຈິກ, ທະນາຄານແຫ່ງລັດ ຫວຽດນາມ ໃຫ້ຮູ້ວ່າ ກະຊວງການເງິນ ອາເມລິກາ ຫາກໍ່ປະກາດໃຊ້ບົດລາຍງານກ່ຽວກັບ “ນະໂຍບາຍເສດຖະກິດມະຫາພາກ ແລະ ເງິນຕາຕ່າງປະເທດ ຂອງບັນດາຄູ່ຮ່ວມມື ດ້ານການຄ້າ ໃຫຍ່ຂອງ ອາເມລິກາ”. ບົດລາຍງານໄດ້ສືບຕໍ່ກຳນົດວ່າ ຫວຽດນາມ ບໍ່ຄອບງຳເງິນຕາ, ພ້ອມທັງຍົກອອກການໃຫ້ຄຳເຫັນທີ່ຕັ້ງໜ້າຕໍ່ໝາກຜົນຂອງການບໍລິຫານນະໂຍບາຍເງິນຕາ, ອັດຕາແລກປ່ຽນເງິນຕາຂອງ ຫວຽດນາມ.

ທະນາຄານແຫ່ງລັດ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ທີ່ບັນດາການເຮັດວຽກລະຫວ່າງສອງຝ່າຍ ກັບທະນາຄານແຫ່ງລັດ ຫວຽດນາມ, ກະຊວງການເງິນ ອາເມລິກາ ໄດ້ຕີລາສູງ ການບໍລິຫານນະໂຍບາຍເງິນຕາ ແລະ ອັດຕາແລກປ່ຽນເງິນຕາຂອງ ຫວຽດນາມ ທີ່ໄດ້ສະແດງໃຫ້ເຫັນຄວາມເຂັ້ມງວດຂອງ ຫວຽດນາມ ໃນການແກ້ໄຂບັນດາຄວາມວິຕົກກັງວົນຂອງຝ່າຍ ອາເມລິກາ ແລະ ຮັກສາສະຖຽນລະພາບຕະຫຼາດການເງິນ, ເງິນຕາ, ເສດຖະກິດມະຫາພາກ ໃນສະພາບການທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ.

(ແຫຼ່ງຄັດຈາກ VOV)

ຊາວ​ຫວຽ​ດ​ນາມ ອາ​ໄສ​ຢູ່​ໄທ ອ່​ວາຍ​ໜ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ

ຊາວ​ຫວຽ​ດ​ນາມ ອາ​ໄສ​ຢູ່​ໄທ ອ່​ວາຍ​ໜ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ

ບັນ​ດາ​ຜູ້​ແທນ​ໄດ້​ວິ​ເຄາະ​ທ່າ​ແຮງ​ຂອງ​ປັນ​ຍາ​ຊົນ ຫວຽດ​ນາມ ຢູ່ ໄທ ຕິດ​ພັນ​ກັບ​ຄວາມ​ຕ້ອງ​ການ​ພັດ​ທະ​ນາ​ພາຍ​ໃນ​ປະ​ເທດ ແລະ ການ​ພົວ​ພັນ​ສອງ​ຝ່າຍ.

Top