• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຄັດ​ຄ້ານ​ຕໍ່​ບົດ​ລາຍງານ​ຂອງ Freedom House ກ່ຽວ​ກັບ​ສິດ​ເສ​ລີ​​ໃນ​ການ​ນຳ​ໃຊ້​ອິນ​ເຕີ​ແນັດ ຢູ່ ຫວຽດ​ນາມ

"ຂ້າພະເຈົ້າປະຕິເສດບັນດາການຕີລາຄາກ່ຽວກັບ ຫວຽດນາມ ໃນບົດລາຍງານໃນວັນທີ 5 ພະຈິກ ປີ 2019 ຂອງ Freedom House. ເລື່ອງ ຮັບປະກັນບັນດາສິດເສລີໃນການປາກ ເວົ້າ ແລະ ການສຳຜັດກັບຂໍ້ມູນຂ່າວສານ ແມ່ນ ນະໂຍບາຍສະເໜີຕົ້ນສະເໜີປາຍຂອງ ຫວຽດນາມ, ທີ່ໄດ້ກຳນົດໃນລັດຖະທຳມະນູນ, ກົດໝາຍ ແລະ ໄດ້ປະຕິບັດຢ່າງຄົບຖ້ວນໃນຕົວຈິງ. "

ທ່ານ ໂງຕ່ວານທັ໊ງ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ  (ພາບ: ຫງວຽນຮົ່ງ)

ທີ່ການຖະແຫຼງຂ່າວ ໃນວັນທີ 7 ພະຈິກ, ເມື່ອຕອບຄຳຖາມຂອງນັກຂ່າວສະເໜີໃຫ້ຮູ້ການປະຕິກິລິຍາ ຂອງ ຫວຽດນາມ ຕໍ່ບົດລາຍງານຂອງ ອົງການ Freedom House ທີ່ໄດ້ປະກາດໃນວັນທີ 5 ພະຈິກວ່າ ຫວຽດນາມຖືກຈັດຢູ່ໃນ ບັນຊີລາຍຊື່ບັນດາປະເທດບໍ່ມີສິດເສລີໃນການນຳໃຊ້ ອິນເຕີແນັດ, ທ່ານ ໂງຕ່ວານທັ໊ງ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ:

        ຂ້າພະເຈົ້າປະຕິເສດບັນດາການຕີລາຄາກ່ຽວກັບ ຫວຽດນາມ ໃນບົດລາຍງານໃນວັນທີ 5 ພະຈິກ ປີ 2019 ຂອງ Freedom House. ເລື່ອງ ຮັບປະກັນບັນດາສິດເສລີໃນການປາກ ເວົ້າ ແລະ ການສຳຜັດກັບຂໍ້ມູນຂ່າວສານ ແມ່ນ ນະໂຍບາຍສະເໜີຕົ້ນສະເໜີປາຍຂອງ ຫວຽດນາມ, ທີ່ໄດ້ກຳນົດໃນລັດຖະທຳມະນູນ, ກົດໝາຍ ແລະ ໄດ້ປະຕິບັດຢ່າງຄົບຖ້ວນໃນຕົວຈິງ. ລັດ ຫວຽດນາມແມ່ນ ຍາມໃດກໍ່ມີແຜນນະໂຍບາຍຊຸກຍູ້ການພັດທະນາອິນເຕີແນັດ ເພື່ອແນໃສ່ຮັບໃຊ້ໃຫ້ກິດຈະການສ້າງສາ ແລະ ພັດທະນາປະເທດຊາດ, ກໍ່ຄື ຕອບສະໜອງຄວາມຮຽກຮ້ອງຕ້ອງການກ່ຽວກັບການແລກປ່ຽນຂໍ້ມູນຂ່າວສານ, ຮ່ຳຮຽນ ແລະ ການເຮັດວຽກຂອງປະຊາຊົນ.

        ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບເລື່ອງ ຫວຽດນາມຈະ ຮ້ອງຟ້ອງ ຈີນ ກ່ຽວກັບສະພາບການໃນມໍ່ໆມານີ້ຢູ່ທະເລຕາເວັນອອກ. ທ່ານ ໂງຕ່ວານທັ໊ງ ຢັ້ງຢືນວ່າ: ຫວຽດນາມມີແຜນນະໂຍບາຍກຽມພ້ອມແກ້ໄຂຄວາມບໍລົງລອຍກັນໂດຍສັນຕິວິທີ, ຜ່ານວິວັດທະນາການທາງການທູດ ແລະ ດ້ານນິຕິກຳທີ່ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS 1982).

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top