• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະສິກຳອັດສະລິຍະແມ່ນການກະຕຸກຊຸກຍູ້ຍຸດທະສາດໃຫ້ແກ່ແຂວງ ທ໊າຍບິ່ງ

"ວິທີເຮັດໃໝ່ເພື່ອນຳ ແຂວງທ໊າຍບິ່ງ ໃຫ້ກາຍເປັນແຂວງແບບຢ່າງກ່ຽວກັບດ້ານກະສິກຳ, ຊາວກະ ສິກອນ, ຊົນນະບົດ, ນັ້ນແມ່ນກະສິກຳນຳໃຊ້ເຕັກໂນໂລຢີສູງເຂົ້າຮ່ວມລະບົບມູນຄ່າຜະລິດຕະພັນກະສິກຳຢ່າງເລິກເຊິ່ງກວ່າ"

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ (ພາບ: chinhphu.vn)

ຕອນເຊົ້າວັນທີ 14 ມັງກອນ, ຢູ່ເມືອງທາຍທູ້ຍ, ແຂວງທ໊າຍບິ່ງໄດ້ດຳເນີນພິທີເລີ່ມລົງມືກໍ່ສ້າງໂຄງການເສັ້ນທາງລຽບຕາມເຂດແຄມທະເລ; ປະກາດຜັງເມືອງ - ຜັນຂະຫຍາຍການປະຕິບັດໂຄງການເຂດອຸດສາຫະກຳເພື່ອຮັບໃຊ້ກະສິກຳຢູ່ເຂດທົ່ງພຽງພາກເໜືອ.

ໂຄງການລົງທຶນກໍ່ສ້າງເສັ້ນທາງລຽບຕາມເຂດແຄມທະເລຂອງແຂວງ ທ໊າຍບິ່ງ, ແມ່ນຂຶ້ນກັບ ໂຄງການກໍ່ສ້າງເສັ້ນທາງລຽບຕາມເຂດແຄມທະເລ ຫວຽດນາມ, ໂດຍມີຍອດເງິນລົງທຶນກວ່າ 3.870 ຕື້ດົງ, ລວມຍອດລວງຍາວປະມານ 34 ກມ. ເສັ້ນທາງນີ້ຈະຊ່ວຍເຊື່ອມຕໍ່ແຂວງ ທ໊າຍບິ່ງ ກັບບັນດາໃຈກາງເສດຖະກິດໃຫຍ່ຄື: ຮ່າໂນ້ຍ, ຫາຍຟ່ອງ, ກວາງນິງ, ແທັງຮວ໊າ… ຊຸກຍູ້ການພັດທະນາເຂດ ແລະ ແຂວງ ທ໊າຍບິ່ງ. ພ້ອນກັນນັ້ນຈະປະກອບສ່ວນເຂົ້າໃນການປະຕິບັດຍຸດທະສາດພັດທະນາເສດຖະກິດທາງທະເລຂອງ ຫວຽດນາມ, ຊ່ວຍຊຸກຍູ້ດຶງດູດການລົງທຶນເຂົ້າແຂວງ ທ໊າຍບິ່ງ.

ກວ່າຄຳເຫັນຢູ່ທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຕີລາຄາວ່າ:

"ວິທີເຮັດໃໝ່ເພື່ອນຳທ໊າຍບິ່ງໃຫ້ກາຍເປັນແຂວງແບບຢ່າງກ່ຽວກັບດ້ານກະສິກຳ, ຊາວກະສິກອນ, ຊົນນະບົດ, ນັ້ນແມ່ນກະສິກຳນຳໃຊ້ເຕັກໂນໂລຢີສູງເຂົ້າຮ່ວມລະບົບມູນຄ່າຜະລິດຕະພັນກະສິກຳຢ່າງເລິກເຊິ່ງກວ່າ. ຍຸດທະສາດຂອງ ແຂວງທ໊າຍບິ່ງ ແມ່ນຕ້ອງດຶງດູດການລົງທຶນດ້ວຍຂອບຂະໜາດໃຫຍ່, ຂົນຂວາຍບັນດານັກກະສິກອນຂອບຂະໜາດໃຫຍ່ເຂົ້າຮ່ວມໃນການຜະລິດກະສິກຳ, ເພີ່ມທະວີການນຳໃຊ້ກົນຈັກເຂົ້າໃນການຜະລິດກະສິກຳ, ຫັນກະສິກຳ, ຊົນນະບົດເປັນອຸດສາຫະກຳຕາມທິດພັດທະນາແບບຢືນຍົງ"

ກ່ຽວກັບໂຄງການເຂດອຸດສາຫະກຳເພື່ອຮັບໃຊ້ກະສິກຳໃນເຂດທົ່ງພຽງທາງພາກເໜືອ.ໂຄງການລວມມີລະບົບການຜະລິດຄົບວົງຈອນ, ສະໜອງເຄື່ອງກົນຈັກດ້ານກະສິກຳ, ນຳໃຊ້ເຄື່ອງຈັກ ແລະ ເຕັກນິກເຂົ້າໃນການຜະລິດ … ເມື່ອໂຄງການໄດ້ນຳເຂົ້າເຄື່ອນໄຫວຈະສາມາດແກ້ໄຂວຽກເຮັດງານທຳໃຫ້ແກ່ຊາວຜູ້ອອກແຮງງານນັບພັນຄົນ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top