• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງແຜນການ ແລະ ການລົງທຶນຕ້ອງແມ່ນນັກສາຖາປານິກຂອງທັງພື້ນຖານເສດຖະກິດ


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ທີ່ກອງ​ປະ​ຊຸມ

      ກະ​ຊວງແຜນ​ການ ແລະ ການ​ລົງ​ທຶນ​ຕ້ອງ​ແມ່ນ​ນັກ​ສາ​ຖາ​ປາ​ນິກ​ຂອງ​ທັງ​ພື້ນ​ຖານ​ເສດ​ຖະ​ກິດ. ນັ້ນ​ແມ່ນ​ຄຳ​ເຫັນ​ຊີ້​ນຳຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ທີ່ກອງ​ປະ​ຊຸມ​ສະຫຼຸບ​ວຽກ​ງານ​ປີ 2016 ແລະ ຜັນ​ຂະ​ຫຍາຍ​ວຽກ​ງານ​ປີ 2017 ຂອງ ກະ​ຊວງແຜນ​ການ ແລະ ການ​ລົງ​ທຶນຊຶ່ງ​ຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ​ໃນ​ວັນ​ທີ 11/1. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກຊີ້​ແຈ້ງວ່າ ປີ 2016, ມີຫຼາຍ​ຕົວ​ເລກ​ຄາດ​ໝາຍ​ທີ່​ສຳ​ຄັນ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ-ສັງ​ຄົມ​ໄດ້​ບັນ​ລຸ​ໂດຍ​ພື້ນ​ຖານ, ຄວາມ​ເຊື່ອ​ໝັ້ນ​ຕໍ່​ຕະຫຼາດ​ໄດ້​ຮັບ​ການ​ປຸກ​ລຸກ. ໃນ​ບັນ​ດາ​ໝາກ​ຜົນ​ນັ້ນ, ກໍ​ໄດ້​ມີ​ການ​ປະ​ກອບ​ສ່ວນ​ຂອງ ກະ​ຊວງແຜນ​ການ ແລະ ການ​ລົງ​ທຶນ​. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ເນັ້ນ​ໜັກ​ເຖິງ​ບົດ​ບາດ​ຂອງ ກະ​ຊວງແຜນ​ການ ແລະ ການ​ລົງ​ທຶນ​ໃນ​ການ​ຍູ້​ແຮງ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ, ຂຸດ​ຄົ້ນ​ແຫຼ່ງ​ກຳ​ລັງ​ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ສະ​ເໜີ ກະ​ຊວງແຜນ​ການ ແລະ ການ​ລົງ​ທຶນ​ຕ້ອງກວດ​ກາ, ສ້າງ​ໂຄງ​ສ້າງ​ຄືນ​ໃໝ່​ເພື່ອ​ສ້າງກົງ​ຈັກ​ເປັນ​ກະ​ທັດ​ລັດ ແລະ ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກວ່າ; ຕ້ອງ​ມີ​ຈີນ​ຕະ​ນາ​ການ​ເພື່ອ​ສ້າງ​ແຜນ​ການ​ໃຫ້​ແກ່​ລັດ, ໃນ​ນັ້ນ​ກ້າ​ຫານ​ລົບ​ລ້າງ​ການ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດເປັນ​ກຸ່ມ, ຖື​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ​ເປັນ​ສິ່ງ​ສຳ​ຄັນ​ເໜືອ​ກ່​ວາ​ສິ່ງ​ໃດ​ໝົດ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top