• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງສາທາລະນະສຸກຮຽກຮ້ອງໃຫ້ບັນດາທ້ອງຖິ່ນຈົ່ງສຳເລັດການສັກວັກຊິນກັນໂຄວິດ-19 ກ່ອນວັນທີ 5 ພຶດສະພາ

      ທາງກະຊວງໄດ້ຈັດການປະຊຸມເປັນຫຼາຍຄັ້ງກັບບັນດານັກຊ່ຽວຊານແຖວໜ້າຂອງຂະແໜງກ່ຽວກັບວຽກງານສັກວັກຊິນດ້ວຍຄວາມປອດໄພ, ວາງຄາດໝາຍວ່າ “ສັກວັກຊິນຮອດໃສແມ່ນປອດໄພຮອດນັ້ນ”.
ກອງປະຊຸມທາງອອນລາຍ “ເພີ່ມທະວີວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19”
(ພາບ: moh.gov.vn)
      ທີ່ກອງປະຊຸມທາງອອນລາຍ “ເພີ່ມທະວີວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19” ກັບ 63 ແຂວງ, ນະຄອນ ເຊິ່ງດຳເນີນໃນຕອນເຊົ້າວັນທີ 16 ເມສາ, ທ່ານລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທັງລອງ ໄດ້ຮຽກຮ້ອງໃຫ້ບັນດາທ້ອງຖິ່ນຕ້ອງປະຕິບັດການສັກວັກຊິນກັນໂຄວິດ-19 ສຳເລັດກ່ອນວັນທີ 05 ພຶດສະພາ ທີ່ຈະມາເຖິງ:
        “ປະຈຸບັນ, ວັກຊິນກັນໂຄວິດ-19 ໄດ້ສົ່ງເຖິງທ້ອງຖິ່ນແລ້ວ, ສະນັ້ນ ກະຊວງສາທາລະນະສຸກຮຽກຮ້ອງວ່າ ບັນດາທ້ອງຖິ່ນຕ້ອງຈັດຕັ້ງການສັກວັກຊິນໂດຍໄວ, ສຳລັບໂຄງການສັກວັກຊິນເປີດກວ້າງແຫ່ງຊາດຄືພວກເຮົາໄດ້ຮູ້ນຳກັນວ່າ ຕ້ອງສິ້ນສຸດການສັກວັກຊິນ 811 ໂດສກ່ອນວັນທີ 5 ພຶດສະພາ”.
        ທ່ານລັດຖະມົນຕີ ຫງວຽນທັງລອງ ໃຫ້ຮູ້ວ່າ, ທາງກະຊວງໄດ້ຈັດການປະຊຸມເປັນຫຼາຍຄັ້ງກັບບັນດານັກຊ່ຽວຊານແຖວໜ້າຂອງຂະແໜງກ່ຽວກັບວຽກງານສັກວັກຊິນດ້ວຍຄວາມປອດໄພ, ວາງຄາດໝາຍວ່າ “ສັກວັກຊິນຮອດໃສແມ່ນປອດໄພຮອດນັ້ນ”.
(ແຫຼ່ງຄັດຈາກ VOV)

ເກືອບ 40 ປະ​ເທດ​ຈົດ​ທະ​ບຽນ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ການ​ປ້ອງ​ກັນ​ຊາດ​ສາ​ກົນ ຫວຽດ​ນາມ 2026

ເກືອບ 40 ປະ​ເທດ​ຈົດ​ທະ​ບຽນ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ການ​ປ້ອງ​ກັນ​ຊາດ​ສາ​ກົນ ຫວຽດ​ນາມ 2026

ດ້ວຍ​ຫົວ​ຂໍ້ “ສັນ​ຕິ​ພາບ - ມິດ​ຕະ​ພາບ - ຮ່ວມ​ມື​ພ້ອມ​ກັນ​ພັດ​ທະ​ນາ”, ງານ​ວາງ​ສະ​ແດງ​ການ​ປ້ອງ​ກັນ​ຊາດ​ສາ​ກົນ ຫວຽດ​ນາມ 2026 ຈະ​ດຳ​ເນີນ​ແຕ່​ວັນ​ທີ 10 – 13 ທັນ​ວາ, ຢູ່​ສະ​ໜາມ​ບິນ​ຢາ​ເລິມ ຮ່າ​ໂນ້ຍ.

Top