• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງປ້ອງກັນປະເທດ ລາວ ຈັດການໂອ້ລົມຫົວເລື່ອງສະເພາະກ່ຽວກັບໄຊຊະນະ ດ້ຽນບຽນຝູ

ທ່ານ ຫງວຽນບາຮຸ່ງ ກໍ່ເນັ້ນໜັກເຖິງຄວາມໝາຍ ແລະ ຄວາມສຳຄັນຂອງໄຊຊະນະ ດ້ຽນບຽນຝູ ທີ່ມີຕໍ່ການປະຕິວັດຂອງ ລາວ ແລະ ສາຍພົວພັນ ລາວ - ຫວຽດນາມ.
  ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບາຮຸ່ງ (ພາບ: kpl.gov.la)  

ວັນທີ 09 ພຶດສະພາ, ຢູ່ນະຄອນຫຼວງ ວຽງຈັນ, ກະຊວງປ້ອງກັນປະເທດ ລາວ ໄດ້ຈັດການໂອ້ລົມຫົວເລື່ອງສະເພາະ: “ຄວາມໝາຍສຳຄັນຂອງໄຊຊະນະ ດ້ຽນບຽນຝູ (1954) ຕໍ່ກັບນ້ຳໃຈສາມັກຄີຮ່ວມສຳພັນສູ້ຮົບພິເສດ ຫວຽດນາມ - ລາວ”.

ທີ່ການໂອ້ລົມ, ມີພະນັກງານ, ນັກຮົບ, ນັກຮົບເກົ່າ ລາວ ເກືອບ 400 ຄົນໄດ້ຮັບຟັງທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບາຮຸ່ງ ແຈ້ງຂໍ້ມູນໂດຍຫຍໍ້ກ່ຽວກັບການບຸກໂຈມຕີຈຳນວນໜຶ່ງຂອງສຳພັນທະມິດ ຫວຽດນາມ - ລາວ ໃນບັ້ນຮົບ ດ້ຽນບຽນຝູ, ພ້ອມທັງຍົກອອກຂອບຂະໜາດ, ຄຸນຄ່າປະຫວັດສາດທີ່ໃຫຍ່ຫຼວງຂອງໄຊຊະນະ ດ້ຽນບຽນຝູ ໃນການຍາດເອົາເອກະລາດໃຫ້ແກ່ຊົນຊາດ ຫວຽດນາມ.

ທ່ານ ຫງວຽນບາຮຸ່ງ ກໍ່ເນັ້ນໜັກເຖິງຄວາມໝາຍ ແລະ ຄວາມສຳຄັນຂອງໄຊຊະນະ ດ້ຽນບຽນຝູ ທີ່ມີຕໍ່ການປະຕິວັດຂອງ ລາວ ແລະ ສາຍພົວພັນ ລາວ - ຫວຽດນາມ. ທ່ານຢືນຢັນວ່າ, ໄຊຊະນະ ດ້ຽນບຽນຝູ ແມ່ນສິ່ງພິສູດໃຫ້ເຫັນຄຸນຄ່າອັນໃຫຍ່ຫຼວງຂອງສາຍພົວພັນ ແລະ ນ້ຳໃຈສາມັກຄີແບບພິເສດ ຫວຽດນາມ - ລາວ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ແລະ ພັນ​ລະ​ຍາ ​ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ຫວຽດ​ນາມ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ແລະ ພັນ​ລະ​ຍາ ​ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ຫວຽດ​ນາມ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິບັດລາວ, ປະທານປະເທດແຫ່ງ ສປປ. ລາວ ພ້ອມດ້ວຍພັນລະຍາ ຈະເດີນທາງມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ລະຫວ່າງວັນທີ 26 - 27 ມັງກອນ.

Top