
ທີ່ກອງປະຊຸມອອນລາຍ (ພາບ: TTXVN)
ມາຮອດປັດຈຸບັນ, ບັນດາກົມກອງໃນທົ່ວກອງທັບໄດ້ຜັນຂະຫຍາຍສະຖານທີ່ແຍກຕົວ 142 ແຫ່ງ, ປະຕິບັດການແຍກຕົວໃຫ້ກ່ວາ 66.000 ຄົນ, ໃນນັ້ນ ມີ 54.465 ຄົນສິ້ນສຸດການກຳນົດເວລາແຍກຕົວ. ມາຮອດຈຸດເວລາປັດຈຸບັນ, ຍັງບໍ່ທັນກວດພົບມີກໍລະນີຕິດໃດໃນທົ່ວກອງທັບຖືດຕິດເຊື້ອໂຄວິດ-19 , ຮັບປະກັນການສະໜອງເຄື່ອງໃຊ້ທີ່ຈຳເປັນ, ຈັດຕັ້ງການຮັບປະກັນສຸຂະອະນາໄມດ້ານສະບຽງອາຫານເປັນຢ່າງດີ. ພົນໂທ ເຈິ່ນເດີນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເນັ້ນໜັກວ່າ:
“ກອງບັນຊາທະຫານປ້ອງກັນຊາຍແດນ ເພີ່ມທະວີການສົມທົບກັບບັນດາທະຫານເຂດ ແລະ ຂະແໜງການທີ່ກ່ຽວຂ້ອງຢ່າງສຸດຂີດ ເພື່ອເພີ່ມທະວີການກວດກາ, ຄວບຄຸມທາງຊອຍ. ໃນກໍລະນີບັນດາປະເທດຢູ່ອ້ອມຂ້າງມີເຊື້ອພະຍາດລະບາດຢ່າງແຮງ, ທະຫານປ້ອງກັນຊາຍແດນ ຕ້ອງສົມທົບກັບບັນດາທະຫານເຂດໃຫ້ເປັນຢ່າງດີ ເພື່ອປະສານງານ, ກວດກາຢູ່ຊາຍແດນໃນທັນທີ ແລະ ພວກເຮົາຄວນປະຕິບັດການແຍກຕົວ.”
(ແຫຼ່ງຄັດຈາກ VOV)