ຂ່າວສານ
ກະຊວງຕຳຫລວດ ຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບ ລາວ ເພີ່ມທະວີການສົມທົບວຽກງານຊາວໜຸ່ມ, ແມ່ຍິງ, ກຳມະບານ

ກະຊວງຕຳຫລວດ ຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບ ລາວ ເພີ່ມທະວີການສົມທົບວຽກງານຊາວໜຸ່ມ,
ແມ່ຍິງ, ກຳມະບານທີ່ການເຮັດວຽກ
ທີ່ການເຮັດວຽກ, 2 ຝ່າຍໄດ້ແລກປ່ຽນບັນດາບົດຮຽນ, ຮູບແບບ, ວິທີເຮັດທີ່ມີຫົວຄິດປະດິດສ້າງ, ມີປະສິດທິຜົນທີ່ພວມປະຕິບັດ, ພ້ອມທັງເຫັນດີເປັນເອກະພາບສະເໜີບັນດາເນື້ອໃນລະອຽດໃນວຽກວານສົມທົບ, ຮ່ວມມືລະຫວ່າງບັນດາອົງການມະຫາຊົນຂອງ 2 ປະຊວງໃນໄລຍະຕໍ່ໄປ. ບົນພື້ນຖານການພົວພັນຮ່ວມມືມິດຕະພາບ, ຮອບດ້ານລະຫວ່າງກະຊວງຕຳຫລວດ ຫວຽດນາມ ກັບກະຊວງປ້ອງກັນຄວາມສະຫງົບ ລາວ, 2 ຝ່າຍໄດ້ເຫັນດີເປັນເອກະສັນເພີ່ມທະວີບັນດາການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນຂອງບັນດາອົງການຄື: ຄະນະຊາວໜຸ່ມ, ສະຫະພັນແມ່ຍິງ, ກຳມະບານຂອງ 2 ກະຊວງ; ຮັກສາບັນດາການເຄື່ອນໄຫວຮ່ວມມື, ສົມທົບກັນເປັນຢ່າງດີ ຄື: ຮ່ວມມືບຳລຸງສ້າງ, ບຳລຸງຖັນແຖວການນຳບັນດາກົມກອງສັງກັດ 2 ກະຊວງ; ພົບປະແລກປ່ຽນ, ແບ່ງປັນບົດຮຽນໃນການປ້ອງກັນ, ຕ້ານອາດສະຍາກຳ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍເຂດຊາຍແດນ; ຈັດຕັ້ງບັນດາການເສັງຊອກຮູ້ກ່ຽວກັບປະຫວັດສາດ, ວັດທະນະທຳ, ສາຍພົວພັນມິດຕະພາບອັນດີງາມລະຫວ່າງ ຫວຽດນມ ແລະ ລາວ, ດຶງດູດຊາວໜຸ່ມ, ແມ່ຍິງ, ກຳມະບານເຂົ້າຮ່ວມເປັນຈຳນວນຫລວງຫລາຍ.
(ແຫຼ່ງຄັດຈາກ VOV)