• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງການຕ່າງປະເທດຫວຽດນາມ ປະກາດບົດລາຍງານກາງສະໄຫມກ່ຽວກັບການປະຕິບັດຄຳສະເຫນີແນະ ຫວຽດນາມຍອມຮັບຕາມກົນໄກກວດກາປະຈຳໄລຍະທົ່ວໄປ

ວັນທີ 31 ມີນາ, ຢູ່ ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ປະກາດບົດລາຍງານກາງສະໄຫມກ່ຽວກັບການປະຕິບັດຄຳສະເຫນີແນະ UPR ຮອບວຽນ III ຫວຽດນາມ ໄດ້ຍອມຮັບ ແລະ ແຈ້ງຂ່າວກ່ຽວກັບເລື່ອງ ຫວຽດນາມ ອອກສະໝັກເຂົ້າສະພາສິດທິມະນຸດ ສປຊ ອາຍຸການ 2023 -2025.
  ທ່ານນາງ Rana Flowers, ຜູ້ຮັກສາການປະສານງານ ສປຊ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)  

 ກ່າວຄຳເຫັນທີ່ພິທີໄຂເຫດການ, ທ່ານ ໂດ໋ຮຸ່ງຫວຽດ ຜູ້ຊ່ວຍວຽກ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ແຈ້ງ ບົດລາຍງານກາງສະໄຫມ ຊື່ງທ່ານນາຍົກລັດຖະມົນຕີ ອະນຸມັດໃນວັນທີ 22 ມີນາ ປີ 2022 ເພື່ອປະກາດ ແລະ ສົ່ງເຖິງສະພາສິດທິມະນຸດ ສປຊ. ບົດລາຍງານໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງປະເທດສະມາຊິກ, ຄວາມໂປ່ງໃສ ແລະ ເຂັ້ມງວດຂອງ ຫວຽດນາມ ສຳລັບກົນໄກ UPR ແລະ ໃນການປະຕິບັດບັນດາຄຳໝັ້ນສັນຍາສາກົນ ກ່ຽວກັບການຮັບປະກັນສິດທິມະນຸດ ເວົ້າລວມ ເປັນຕົ້ນແມ່ນໃນສະພາບ ຫວຽດນາມ ພວມຕັ້ງຫນ້າຂົນຂວາຍອອກສະໝັກເຂົ້າສະພາສິດທິມະນຸດ ອາຍຸການ 2023 – 2025.

ກ່າວຄຳເຫັນທີ່ເຫດການ, ທ່ານນາງ Rana Flowers, ຜູ້ຮັກສາການປະສານງານ ສປຊ ຕີລາຄາສູງ ຄຳໝັ້ນສັນຍາ ແລະ ຄວາມມານະພະຍາຍາມຂອງຫວຽດນາມ ໃນການຊຸກຍູ້ ແລະ ປົກປ້ອງບັນດາສິດທິມະນຸດ, ໃນນັ້ນ ມີການປະຕິບັດຄຳສະເຫນີແນະຕາມກົນໄກ UPR ຮອບວຽນ III ແລະ ສ້າງບົດລາຍງານກາງສະໄຫມ ພ້ອມກັບຄຳໝັ້ນສັນຍາອອກສະໝັກເຂົ້າສະພາສິດທິມະນຸດ ອາຍຸການ 2023-2025 ພ້ອມທັງຢັ້ງຢືນ ຄຳໝັ້ນສັນຍາຂອງລະບົບບັນດາອົງການ ສປຊ ໃກ້ຊິດຕິດແທດພ້ອມກັບ ຫວຽດນາມ ຊຸກຍູ້ ແລະ ປົກປ້ອງສິດທິມະນຸດ, ຊຸກຍູ້ບັນດາຫລັກການ ຂອງກົດໝາຍສາກົນ ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ບໍ່ຖືກປະໄວ້ຢູ່ທາງຫລັງ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top