ຂ່າວສານ
ກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໃຫ້ເປັນຢ່າງດີ, ນຳປະເທດຊາດກ້າວເຂົ້າສູ່ໄລຍະພັດທະນາໃໝ່

ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສສ.ຫວຽດນາມ ຫງວຽນຝຸຈ້ອງ (ພາບ: vov.vn)
ບົດຂຽນດັ່ງກ່າວ ໄດ້ເນັ້ນໜັກວ່າ ກອງປະຊຸມໃຫຍ່ຄັ້ງຈະເຖິງນີ້ ຕ້ອງມີວິໄສທັດກວ້າງໄກຮອດກາງສະຕະວັດທີ 21. ບົດລາຍງານການເມືອງ ທີ່ຈະຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງນີ້ ວາງອອກບັນດາເປົ້າໝາຍສັງລວມຄື: ກໍ່ສ້າງພັກ ແລະ ລະບົບການເມືອງໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງຢ່າງຮອບດ້ານ; ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ລັດ, ລະບອບສັງຄົມນິຍົມ; ຍູ້ແຮງກິດຈະການແຫ່ງການປ່ຽນແປງໃໝ່ຢ່າງຮອບດ້ານ, ຄົບຊຸດ, ຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ, ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ; ປົກປັກຮັກສາຄວາມໝັ້ນຄົງຂອງປະເທດຊາດ, ສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ; ສູ້ຊົນຮອດກາງສະຕະວັດ 21, ຫວຽດນາມ ຈະກາຍເປັນປະເທດພັດທະນາ, ຕາມການກຳນົດທິດສັງຄົມນິຍົມ.
(ແຫຼ່ງຄັດຈາກ VOV)