• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະກຽມບັນດາການເຄື່ອນໄຫວວັດທະນະທຳ, ສີລະປະເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນເລືອກຕັ້ງສະພາແຫ່ງຊາດທົ່ວປະເທດຄັ້ງທຳອິດ

ຜູ້ຕາງໜ້າບັນດາອົງການໄດ້ປະກອບຄຳເຫັນລະອຽດກ່ຽວກັບວຽກງານຈັດຕັ້ງການເຄື່ອນໄຫວວັດທະນະທຳ, ສິລະປະດັ່ງກ່າວ, ດ້ວຍເນື້ອໃນຕົ້ນຕໍ, ຄື: ຈັດງານປະກວດປະພັນ ຫຼື ບັ້ນຂົນຂວາຍປະພັນເພງກ່ຽວກັບສະພາແຫ່ງຊາດ ຫວຽດນາມ ແລະ ສະພາປະຊາຊົນ ຫວຽດນາມ.
ທີ່ການເຮັດວຽກ (ພາບ: quochoi.vn)

ຕອນບ່າຍວັນທີ 10 ມັງກອນ, ຢູ່ ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເປັນປະທານການເຮັດວຽກກ່ຽວກັບວຽກງານກະກຽມບັນດາການເຄື່ອນໄຫວວັດທະນະທຳ, ສິລະປະເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນເລືອກຕັ້ງສະພາແຫ່ງຊາດທົ່ວປະເທດ ຫວຽດນາມ ຄັ້ງທຳອິດ (06 ມັງກອນ 1946 – 06 ມັງກອນ 2026).      

ທີ່ການເຮັດວຽກ, ຜູ້ຕາງໜ້າບັນດາອົງການໄດ້ປະກອບຄຳເຫັນລະອຽດກ່ຽວກັບວຽກງານຈັດຕັ້ງການເຄື່ອນໄຫວວັດທະນະທຳ, ສິລະປະດັ່ງກ່າວ, ດ້ວຍເນື້ອໃນຕົ້ນຕໍ, ຄື: ຈັດງານປະກວດປະພັນ ຫຼື ບັ້ນຂົນຂວາຍປະພັນເພງກ່ຽວກັບສະພາແຫ່ງຊາດ ຫວຽດນາມ ແລະ ສະພາປະຊາຊົນ ຫວຽດນາມ; ລາຍການສິລະປະສະຫງ່າລາສີສະພາແຫ່ງຊາດ ຫວຽດນາມ; ຈັດງານມະໂຫລານສຽງເພງໂທລະພາບສະພາແຫ່ງຊາດ ຫວຽດນາມ.

ສະຫຼຸບການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີສ້າງຕັ້ງບັນດາອະນຸກຳມະການໂດຍໄວ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວຢ່າງລະອຽດ.

(ແຫຼ່ງຄັດຈາກ VOV)

SEA Games 33: ຄະ​ນະ​ນັກ​ກິ​ລາ ຫວຽດ​ໜາມ ​ຕັ້ງ​ຄວາມ​ຫວັງ​ຄ້​ວາ​ໄດ້ຫຼຽນ​ຄຳ​ຈາກ​ບັນ​ດາ​ປະ​ເພດ​ກິ​ລາ​ທີ່​ມີທ່າ​ແຮງ

SEA Games 33: ຄະ​ນະ​ນັກ​ກິ​ລາ ຫວຽດ​ໜາມ ​ຕັ້ງ​ຄວາມ​ຫວັງ​ຄ້​ວາ​ໄດ້ຫຼຽນ​ຄຳ​ຈາກ​ບັນ​ດາ​ປະ​ເພດ​ກິ​ລາ​ທີ່​ມີທ່າ​ແຮງ

ພາຍຫຼັງວັນແຂ່ງຂັນທີ 6, ຄະນະນັກກິລາ ຫວຽດນາມ ສືບຕໍ່ຮັກສາອັນດັບທີ 3 ໃນຕາຕະລາງສະຫຼຸບຫຼຽນດ້ວຍຫຼຽນຄຳ 40 ຫຼຽນ, ຫຼຽນເງິນ 47 ຫຼຽນ, ຫຼຽນທອງ 70 ຫຼຽນ.

Top