• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອ​ງ​ປະ​ຊຸມ​ພົບ​ປະ​ສົນ​ທະ​ນາ​ການ​ທະ​ຫານ​ຂັ້ນ​ສູງ ຫວຽດ​ນາມ - ຈີນ

ສອງຝ່າຍໄດ້ເຫັນດີ ໂດຍໃຫ້ການຕີລາຄາວ່າ ການພົວພັນຮ່ວມມືດ້ານປ້ອງກັນຊາດໃນໄລຍະຜ່ານມາບັນລຸໝາກຜົນຕັ້ງໜ້າຫຼາຍຢ່າງ. ລັດຖະມົນຕີສອງທ່ານກໍເຫັນດີເປັນເອກະພາບ ໃນໄລຍະຈະມາເຖິງ ສອງຝ່າຍຈະເຊື່ອມຊຶມຈັດຕັ້ງປະຕິບັດຖະແຫຼງການຮ່ວມລະຫວ່າງສອງປະເທດ ກ່ຽວກັບການຊຸກຍູ້ “ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ໃຫ້ແທດຈິງກວ່າເກົ່າ”...
ກອງປະຊຸມພົບປະສົນທະນາລະຫວ່າງຄະນະຜູ້ແທນການທະຫານຂັ້ນສູງ ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຈີນ (ພາບ: VOV)

ໃນຂອບເຂດການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 8, ວັນທີ 11 ເມສາ, ຢູ່ ແຂວງ ລາວກາຍ ຂອງ ຫວຽດນາມ ໄດ້ດຳເນີນກອງປະຊຸມພົບປະສົນທະນາລະຫວ່າງຄະນະຜູ້ແທນການທະຫານຂັ້ນສູງ ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຈີນ. ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານພົນໂທ ດົ່ງກວນ, ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ, ເປັນປະທານຮ່ວມກອງປະຊຸມ.

ນະທີ່ນີ້, ສອງຝ່າຍໄດ້ເຫັນດີ ໂດຍໃຫ້ການຕີລາຄາວ່າ ການພົວພັນຮ່ວມມືດ້ານປ້ອງກັນຊາດໃນໄລຍະຜ່ານມາບັນລຸໝາກຜົນຕັ້ງໜ້າຫຼາຍຢ່າງ. ລັດຖະມົນຕີສອງທ່ານກໍເຫັນດີເປັນເອກະພາບ ໃນໄລຍະຈະມາເຖິງ ສອງຝ່າຍຈະເຊື່ອມຊຶມຈັດຕັ້ງປະຕິບັດຖະແຫຼງການຮ່ວມລະຫວ່າງສອງປະເທດ ກ່ຽວກັບການຊຸກຍູ້ “ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ໃຫ້ແທດຈິງກວ່າເກົ່າ”, ສະເໜີໃຫ້ສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນ, ໂດຍສະເພາະແມ່ນຜູ້ແທນຂັ້ນສູງ; ຮັກສາ ແລະ ເສີມຂະຫຍາຍປະສິດທິຜົນບັນດາກົນໄກຮ່ວມມືປະຈຳປີ, ເຊັ່ນ: ການພົບປະສົນທະນາຍຸດທະສາດດ້ານປ້ອງກັນຊາດ, ພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ, ການລາດຕາເວນຮ່ວມຢູ່ອ່າວພາກເໜືອ ລະຫວ່າງກອງທັບເຮືອສອງປະເທດ; ຊຸກຍູ້ການຮ່ວມມືໃນການກໍ່ສ້າງສຶກສາ, ວຽກງານພັກ, ວຽກງານການເມືອງ, ອຸດສາຫະກຳປ້ອງກັນຊາດ, ການຄ້າການທະຫານ, ຄົ້ນຄວ້າຍຸດທະສາດ, ຮັກສາສັນຕິພາບ ສປຊ, ພະລາທິການ, ເສນາຮັກ…

(ແຫຼ່ງຄັດຈາກ VOV)

ເພີ່ມທະວີການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ລາວ

ເພີ່ມທະວີການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ລາວ

ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​​ການປະ​ສານ​ສົມ​ທົບ​ລ​ະ​ຫວ່າງ​ບັນ​ດາ​ອົງ​ການ​ເສ​ນາ​ທິ​ການ​​ຍຸດ​ທະ​ສາດ ຂອງ ສອງ​ພັກ, ຍູ້​ແຮງ​ການ​ແລກ​ປ່ຽນ​ທິດ​ສະ​ດີ, ແບ່​ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ກ່ຽວ​ກັບ​ການ​ກໍ່​ສ້າງ​ພັກ.

Top