• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປ​ະ​ຊຸມ​ສຸ​ດຍອດ G20 ອອກ​ຖະ​ແຫຼງ​ການ​ຮ່ວມ​ເນັ້ນ​ໜັກ​ເຖິງ​ການ​ຊຸກ​ຍູ້​ການ​ຟື້ນ​ຟູຫຼັງ​ໂລກ​ລະ​ບາດ​ໂຄວິດ - 19

ພາຍຫຼັງເຮັດວຽກມາເປັນເວລາ 2 ວັນ, ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ຄັ້ງທີ 17 ທີ່ຈັດຂຶ້ນຢູ່ເກາະ ບາລີ, ປະເທດ ອິນໂດເນເຊຍ ໄດ້ອັດລົງໃນວັນທີ 16 ພະຈິກ ແລະ ອອກຖະແຫຼງການຮ່ວມຂອງບັນດາການນຳ, ໃນນັ້ນໄດ້ເນັ້ນໜັກເຖິງຄວາມມານະພະຍາຍາມລວມ ແລະ ມາດຕະການຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19.

ພາຍຫຼັງເຮັດວຽກມາເປັນເວລາ 2 ວັນ, ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ຄັ້ງທີ 17 ທີ່ຈັດຂຶ້ນຢູ່ເກາະ ບາລີ, ປະເທດ ອິນໂດເນເຊຍ ໄດ້ອັດລົງໃນວັນທີ 16 ພະຈິກ ແລະ ອອກຖະແຫຼງການຮ່ວມຂອງບັນດາການນຳ, ໃນນັ້ນໄດ້ເນັ້ນໜັກເຖິງຄວາມມານະພະຍາຍາມລວມ ແລະ ມາດຕະການຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19.

  ກອງປະຊຸມສຸດຍອດ G20 ຄັ້ງທີ 17 ຈັດຂຶ້ນຢູ່ເກາະ ບາລີ, ປະເທດ ອິນໂດເນເຊຍ (ພາບ: YONHAP/TTXVN)  

ຕາມຖະແຫຼງການຮ່ວມແລ້ວ, ການນຳບັນດາປະເທດ G20 ໄດ້ຢັ້ງຢືນເຖິງຄວາມຕັດສິນໃຈສົມທົບກັນກະທຳ ເພື່ອແນໃສ່ຊຸກຍູ້ໂຄງການດຳເນີນງານມຸ່ງໄປເຖິງການຟື້ນຟູທົ່ວໂລກຢ່າງແຮງ, ກວມລວມ, ອົງອາດກ້າແກ່ນ ແລະ ພັດທະນາແບບຍືນຍົງ. G20 ຈະເພີ່ມທະວີການລົງທຶນພາກລັດ ແລະ ດຳເນີນການປະຕິຮູບໂຄງປະກອບ, ຊຸກຍູ້ການລົງທຶນພາກເອກະຊົນ, ການຄ້າຫຼາຍຝ່າຍ ແລະ ເພີ່ມທະວີຄວາມສາມາດຟື້ນຟູຂອງລະບົບສະໜອງທົ່ວໂລກ. ພ້ອມດຽວກັນນັ້ນ, ແມ່ນຮັກສາສະຖຽນລະພາບດ້ານການເງິນ ແລະ ເສດຖະກິດມະຫາພາກ; ຊຸກຍູ້ການຄ້ຳປະກັນດ້ານສະບຽງອາຫານ ແລະ ພະລັງງານ; G20 ໃຫ້ຄຳໝັ້ນສັນຍາປະຕິບັດບັນດາການກະທຳໂດຍດ່ວນເພື່ອກູ້ເອົາຊີວິດ, ສະກັດກັ້ນໄພອຶດຫີວ ແລະ ການຂາດທາດບຳລຸງ; ຊ່ວຍຕະຫຼາດເໜັງຕິງເປັນປົກກະຕິ; ເພີ່ມທະວີການຄ້າ ແລະ ການລົງທຶນເພື່ອຮັບປະກັນການຄ້ຳປະກັນດ້ານພະລັງງານ ແລະ ສະບຽງອາຫານໃນໄລຍະຍາວ. G20 ກໍຈະເປີດກວ້າງການລົງທຶນໃຫ້ບັນດາປະເທດທີ່ມີລາຍຮັບຕ່ຳ ແລະ ປານກາງ ໃຫ້ຫຼາຍກວ່າອີກ, ກໍຄືບັນດາປະເທດພວມພັດທະນາອື່ນ ຜ່ານຫຼາຍແຫຼ່ງກຳລັງ ແລະ ເຄື່ອງມືການເງິນທີ່ປະດິດຄິດສ້າງກວ່າ ເພື່ອແນໃສ່ໜູນຊ່ວຍໃຫ້ບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG).

ທີ່ພິທີປິດ G20 ປີ 2022, ທ່ານປະທານາທິບໍດີ ປະເທດເຈົ້າພາບ ອິນໂດເນເຊຍ Joko Widodo ໄດ້ມອບຄ້ອນຕີໃຫ້ແກ່ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi, ປະທານ G20 ໃນປີ 2023.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top