• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປ​ະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 42: ຫວຽດ​ນາມ ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ບຸ​ລິ​ມະ​ສິດ​ເສດ​ຖະ​ກິດ​ຂອງ ອາ​ຊຽນ

ທ່ານ Arsjad Rasjid ປະທານສະພາທີປຶກສາທຸລະກິດ ອາຊຽນ (ASEAN-BAC) ຕີລາຄາວ່າ ຫວຽດນາມ ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັນດາບຸລິມະສິດດ້ານເສດຖະກິດຂອງປະເທດປະທານ ອາຊຽນ ປີ 2023.
  ທ່ານ Arsjad Rasjid ປະທານສະພາທີປຶກສາທຸລະກິດ ອາຊຽນ ກັບນັກຂ່າວສຳນັກຂ່າວສານ ຫວຽດນາມ (ພາບ: TTXVN)  

ເມື່ອຕອບສຳພາດນັກຂ່າວ ສຳນັກຂ່າວສານ ຫວຽດນາມ ປະຈຳ ຈາກາຕາ ກ່ອນດຳເນີນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42, ເຊິ່ງຄາດວ່າຖືກດຳເນີນໃນລະຫວ່າງວັນທີ 9 – 11 ພຶດສະພາ ຢູ່ Labuan Bajoປະເທດ ອິນໂດເນເຊຍ, ທ່ານ Arsjad Rasjid ຊີ້ແຈ້ງວ່າ, ຫວຽດນາມ ໄດ້ ແລະ ກຳລັງສວມບົດບາດສຳຄັນໃນການຊຸກຍູ້ດ້ານການຄ້າ, ການລົງທຶນຢູ່ພາຍໃນ ແລະ ນອກພາກພື້ນ, ກໍຄືຕັ້ງໜ້າປະກອບສ່ວນຂໍ້ລິເລີ່ມຕ່າງໆ ເປັນຕົ້ນແມ່ນ ຂົງເຂດການຄ້າເສລີ ອາຊຽນ ແລະ ຫວ່າງມໍ່ໆມານີ້ ແມ່ນສະແດງຄວາມປາດຖະໜາຢາກເຂົ້າຮ່ວມຕາໜ່າງເຊື່ອມຕໍ່ການຊຳລະຂ້າມຊາຍແດນ, ເຊິ່ງໄດ້ຮັບຖືວ່າ ແມ່ນບາດກ້າວພັດທະນາຢ່າງຕັ້ງໜ້າແກ່ການເຊື່ອມໂຍງດ້ານເສດຖະກິດຂອງພາກພື້ນ. ນອກຈາກນັ້ນແລ້ວ, ເລື່ອງ ຫວຽດນາມ ເປັນເຈົ້າພາບຈັດເຫດການ ພະລັງງານແຮງລົມ ອາຊຽນ ປີ 2023 ທີ່ຈະມາເຖິງນີ້ ແມ່ນການປະກອບສ່ວນຫຼາຍພໍສົມຄວນເຂົ້າໃນການປະຕິບັດເປົ້າໝາຍພະລັງງານທົດແທນຂອງພາກພື້ນ.  

ທ່ານປະທານ ASEAN-BAC ຢັ້ງຢືນວ່າ ບັນດາການປະກອບສ່ວນດັ່ງກ່າວຂອງ ຫວຽດນາມ ແມ່ນມີຄວາມສຳຄັນໃນການຊຸກຍູ້ໂຄງການດຳເນີນງານດ້ານເສດຖະກິດຂອງ ອາຊຽນ. ທ່ານເນັ້ນໜັກວ່າ ຄຳໝັ້ນສັນຍາຂອງ ຫວຽດນາມ ໃນຂໍ້ລິເລີ່ມອື່ນໆ ໄດ້ຊີ້ໃຫ້ເຫັນຄວາມພ້ອມຂອງ ຮ່າໂນ້ຍ ໃນການມຸ່ງໄປເຖິງການສ້າງພາກພື້ນເຊື່ອມໂຍງ ແລະ ວັດທະນາຖາວອນກວ່າ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງຈິງເດີ​ນ​ທາງ ຮອດ ນະ​ຄອນຫຼວງ Warsaw ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ໂປ​ໂລຍ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງຈິງເດີ​ນ​ທາງ ຮອດ ນະ​ຄອນຫຼວງ Warsaw ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ໂປ​ໂລຍ

ການຢ້ຽມຢາມໂປໂລຍຄັ້ງນີ້ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແມ່ນເພື່ອແນໃສ່ສ້າງບາດກ້າວບຸກທະລຸ, ຍົກລະດັບການພົວພັນລະຫວ່າງສອງປະເທດ, ຜ່ານນັ້ນກໍ່ຍູ້ແຮງ ແລະ ເຮັດໃຫ້ການພົວພັນກັບພາກພື້ນເອີລົບຕາເວັນອອກກາງ ເລິກເຊິ່ງກ່ວາອີກ

Top