• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ ADMM – 18: ​ຮ່ວມ​ມື​ເພື່ອ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ແລະ ​ຄວາມ​ເຂັ້​ມ​ແຂງ​ຂອງ​ອາ​ຊຽນ

ກອງປະຊຸມ ADMM-18 ໄດ້ຮັບຮອງເອົາຫຼາຍເນື້ອໃນສຳຄັນ, ໃນນັ້ນມີຖະແຫຼງການຮ່ວມ ວຽງຈັນ: ຮ່ວມມືກັນເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງອາຊຽນ.
ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມ ກອງປະຊຸມ (ພາບ: qdnd.vn)

ວັນທີ 20 ພະຈິກ, ຢູ່ນະຄອນຫຼວງວຽງຈັນ, ລາວ ໄດ້ດຳເນີນກອງປະຊຸມລັດຖະມົນຕີບັນດາປະເທດອາຊຽນຄັ້ງທີ 18 (ADMM-18) ພາຍໃຕ້ການເປັນປະທານຂອງທ່ານພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ. ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ໂດຍທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ນຳໜ້າເຂົ້າຮ່ວມ. ກອງປະຊຸມ ADMM-18 ໄດ້ຮັບຮອງເອົາຫຼາຍເນື້ອໃນສຳຄັນ, ໃນນັ້ນມີຖະແຫຼງການຮ່ວມ ວຽງຈັນ: ຮ່ວມມືກັນເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງອາຊຽນ.

ຖະແຫຼງການຮ່ວມໄດ້ຢັ້ງຢືນ ອາຊຽນແມ່ນປະຊາຄົມມຸ່ງໄປສູ່ພາຍນອກ, ຖືເປັນສຳຄັນການເຂົ້າຮ່ວມ ແລະ ການຮ່ວມມືກັບບັນດາຄູ່ຮ່ວມເຈລະຈາ ແລະ ເພື່ອນມິດຂອງ ອາຊຽນ ຜ່ານບັນດາກົນໄກໂດຍອາຊຽນນຳພາ, ເພື່ອແນໃສ່ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນແລະກັນ, ພ້ອມທັງຮັກສາ ແລະ ເພີ່ມທະວີບົດບາດເປັນໃຈກາງ ແລະ ຄວາມສາມັກຄີຂອງ ອາຊຽນ, ປະກອບສ່ວນເຂົ້າໃນເປົ້າໝາຍລວມແມ່ນຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ ກໍ່ຄືຊຸກຍູ້ການສ້າງຄວາມເຂັ້ມແຂງທັງໂດຍຕົນເອງຢູ່ພາຍໃນ ແລະ ນອກພາກພື້ນ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.

Top