ຂ່າວສານ
ກອງປະຊຸມໃຫຍ່ຜູ້ແທນແນວໂຮມປະເທດຊາດ ຫວຽດນາມຄັ້ງທີ XI: ແນວໂຮມປ່ຽນແປງໃໝ່ຢ່າງແຮງເພື່ອໃກ້ກັບຊິດປະຊາຊົນກວ່າເກົ່າ
ໂດຍເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ສະໄໝ 2026 – 2031 ມີຜູ້ແທນຫຼາຍທ່ານມີຄວາມຸ່ງຫວັງຕໍ່ແນວໂຮມ ທີ່ນັບມື້ນັບໃກ້ຊິດກັບປະຊາຊົນກ່ວາ, ຮັບຟັງປະຊາຊົນ ແລະ ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ໃນວິວັດການພັດທະນາປະເທດຊາດຢ່າງແຮງ.
ມີຜູ້ແທນຫຼາຍທ່ານຖືກວ່າ ຈຸດພົ້ນເດັ່ນໃຫຍ່ທີ່ສຸດຂອງສະໄໝນີ້ແມ່ນການສ້າງ ແນວໂຮມດີຈີຕອນ, ໝູນໃຊ້ເຕັກໂນໂລຢີເພື່ອເຊື່ອມຕໍ່ກັບປະຊາຊົນຢ່າງວ່ອງໄວກວ່າ, ທັນການກວ່າ ແລະ ມີປະສິດທິຜົນກວ່າ. ທ່ານ ກຽວມີ, ຫົວໜ້າສະຖາບັນປັນຍາປະດິດ ແລະ ຫັນເປັນດີຈີຕອນ ສະເໜີວ່າ:
ປັດຈຸບັນ, ຊາວໜຸ່ມ ຫຼື ປະຊາຊົນເຂດຫ່າງໄກສອກຫຼີກບໍ່ເຄີຍເຂົ້າບັນດາເວັບໄຊ ຫຼື ສື່ເອເລັກໂຕນິກຫຼາຍ ແນວໂຮມປະເທດຊາດອາດສາມາດປະສານສົມທົບຜ່ານບັນດາປລາດຟອມສື່ສັງຄົມອອນໄລຄື Zalo, TikTok, Facebook… ໃນຂະນະນັ້ນ, ພວກເຮົາຈະບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ, ຍິ່ງໄປກວ່ານັ້ນ ຜູ້ມີອາຍຸສູງ ແລະ ປະຊາຊົນເຂດຫ່າງໄກສອກຫຼີ, ທຸກຄົນອາດສາມາດມີສຽງເວົ້າຂອງຕົນ, ສົ່ງໄປຍັງແນວໂຮມ ບໍ່ວ່າຢູ່ບ່ອນໃດໃນປະເທດ ຫວຽດນາມ.
ພະອາຈານໃຫຍ່ ທິກແທັງຫ໋າຍ, ກຳມະການສະພາບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ, ຄະນະສະມາຊິກສະພາແຫ່ງຊາດ ນະຄອນ ໂຮ່ຈີມິນ ຢັ້ງຢືນວ່າກອງປະຊຸມໃຫຍ່ຈະສ້າງກຳລັງໜູນເພື່ອປຸກລຸກກຳລັງແຮງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ແຜ່ກະຈາຍຈິດໃຈຮ່ວມແຮງຮ່ວມໃຈໃນສັງຄົມ, ໃນນັ້ນມີບັນດາວົງຄະນະຍາດສາສະໜາ, ພ້ອມກັນປະຕິບັດແງ່ຫວັງພັດທະນາປະເທດຊາດ.
ບັນດາຜູ້ແທນເຊື່ອໝັ້ນວ່າ ຈິດໃຈ “ສາມັກຄີ - ປະຊາທິປະໄຕ - ປ່ຽນແປງໃໝ່ - ປະດິດຄິດສ້າງ - ພັດທະນາ”, ກອງປະຊູມໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດຫວຽດນາມຄັ້ງທີ XI ຈະເປີດໄລຍະພັດທະນາໃໝ່ຂອງວຽກງານແນວໂຮມ, ເຊິ່ງແມ່ນບ່ອນທຸກການເຄື່ອນໄຫວລ້ວນແຕ່ມຸ່ງໄປເຖິງຮາກຖານ ຖືຄວາມຜາສຸກ, ຄວາມເພິ່ງພໍໃຈຂອງປະຊາຊົນເປັນເປົ້າໝາຍ.







