ຂ່າວສານ

ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ​ຄັ້ງ​ທີ XI: ແນວ​ໂຮມ​ປ່ຽນ​ແປງ​ໃໝ່​ຢ່າງ​ແຮງ​ເພື່ອ​ໃກ້​​ກັບຊິດ​ປະ​ຊາ​ຊົນກວ່າ​ເກົ່າ

ມີ​ຜູ້​ແທນຫຼາຍ​ທ່ານ​ຖືກວ່າ ຈຸດ​ພົ້ນ​ເດັ່ນ​ໃຫຍ່​ທີ່​ສຸດ​ຂອງ​ສະ​ໄໝ​ນີ້​ແມ່ນ​ການ​ສ້າງ ແນວ​ໂຮມ​ດີ​ຈີ​ຕອນ, ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ເພື່ອ​ເຊື່ອມ​ຕໍ່​ກັບ​ປະ​ຊາ​ຊົນ​ຢ່າງວ່ອງ​ໄວ​ກວ່າ, ທັນ​ການກວ່າ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ.
  ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຄັ້ງ​ທີ XI, ສະ​ໄໝ 2026 - 2031 (ພາບ: VGP)  

ໂດຍ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຄັ້ງ​ທີ XI ສະ​ໄໝ 2026 – 2031 ມີ​ຜູ້​ແທນຫຼາຍ​ທ່ານ​ມີ​ຄວາ​ມຸ່​ງ​ຫວັງ​ຕໍ່​ແນວ​ໂຮມ​ ທີ່​ນັບ​ມື້​ນັບ​ໃກ້​ຊິດກັບ​ປະ​ຊາ​ຊົນກ່​ວາ, ຮັບ​ຟັງ​ປະ​ຊາ​ຊົນ ແລະ ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ໃນ​ວິ​ວັດ​ການ​ພັດ​ທະ​ນາ​ປະ​ເທດ​ຊາດຢ່າງ​ແຮງ.

ມີ​ຜູ້​ແທນຫຼາຍ​ທ່ານ​ຖືກວ່າ ຈຸດ​ພົ້ນ​ເດັ່ນ​ໃຫຍ່​ທີ່​ສຸດ​ຂອງ​ສະ​ໄໝ​ນີ້​ແມ່ນ​ການ​ສ້າງ ແນວ​ໂຮມ​ດີ​ຈີ​ຕອນ, ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ເພື່ອ​ເຊື່ອມ​ຕໍ່​ກັບ​ປະ​ຊາ​ຊົນ​ຢ່າງວ່ອງ​ໄວ​ກວ່າ, ທັນ​ການກວ່າ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ. ທ່ານ ກຽວ​ມີ, ຫົວ​ໜ້າ​ສະ​ຖາ​ບັນ​ປັນ​ຍາ​ປະ​ດິດ ແລະ ຫັນ​ເປັນ​ດີ​ຈີ​ຕອນ ສະ​ເໜີ​ວ່າ:

ປັດ​ຈຸ​ບັນ, ຊາວ​ໜຸ່ມ ຫຼື ປະ​ຊາ​ຊົນ​ເຂດ​ຫ່າງ​ໄກ​ສອກຫຼີກ​ບໍ່​ເຄີຍ​ເຂົ້າ​ບັນ​ດາ​ເວັບ​ໄຊ ຫຼື ສື່​ເອ​ເລັກ​ໂຕ​ນິກຫຼາຍ ແນວ​ໂຮມ​ປະ​ເທດ​ຊາດ​ອາດ​ສາ​ມາດ​ປະ​ສານ​ສົມ​ທົບ​ຜ່ານ​ບັນ​ດາ​​ປ​ລາດ​ຟອມສື່​ສັງ​ຄົມ​ອອນ​ໄລ​ຄື Zalo, TikTok, Facebook… ໃນ​ຂະ​ນະ​ນັ້ນ, ພວກ​ເຮົາ​ຈະ​ບໍ່​ປະ​ໃຫ້​ຜູ້​ໃດ​ຖືກ​ຕົກ​ຢູ່​ທາງຫຼັງ, ຍິ່ງ​ໄປ​ກວ່າ​ນັ້ນ ຜູ້​ມີ​ອາ​ຍຸ​ສູງ ແລະ ປະ​ຊາ​ຊົນ​ເຂດ​ຫ່າງ​ໄກ​ສອກຫຼີ, ທຸກ​ຄົນ​ອາດ​ສາ​ມາດ​ມີ​ສຽງ​ເວົ້າ​ຂອງ​ຕົນ, ສົ່ງ​ໄປ​ຍັງ​ແນວ​ໂຮມ ບໍ່​ວ່າ​ຢູ່​ບ່ອນ​ໃດ​ໃນ​ປະ​ເທດ ຫວຽດ​ນາມ.

​ພະ​ອາ​ຈານ​ໃຫຍ່ ທິກ​ແທັງ​ຫ໋າຍ, ກຳ​ມະ​ການ​ສະ​ພາ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ພຸດ​ທະສາ​ສະ​ໜາ ຫວຽດ​ນາມ, ​ຄະ​ນະ​ສະ​ມາ​ຊິກສະ​ພາ​ແຫ່ງ​ຊາດ ​ນະ​ຄອນ ໂຮ່​ຈີ​ມິນ ຢັ້ງ​ຢືນ​ວ່າ​ກອງ​ປະ​ຊຸມ​ໃຫຍ່​ຈະ​ສ້າງ​ກຳ​ລັງ​ໜູ​ນ​ເພື່ອ​ປຸກ​ລຸກ​ກຳ​ລັງ​ແຮງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ແຜ່​ກະ​ຈາຍ​ຈິດ​ໃຈ​ຮ່ວມ​ແຮງ​ຮ່​ວມ​ໃຈ​ໃນ​ສັງ​ຄົມ, ໃນ​ນັ້ນ​ມີ​ບັນ​ດາ​ວົງ​ຄະ​ນະ​ຍາດ​ສາ​ສະ​ໜາ, ພ້ອມ​ກັນ​ປະ​ຕິ​ບັດ​ແງ່​ຫວັງ​ພັດ​ທະ​ນາ​ປະ​ເທດ​ຊາດ.

ບັນ​ດາ​ຜ​ູ້​ແທນ​ເຊື່ອ​ໝັ້ນ​ວ່າ ຈິດ​ໃຈ “ສາ​ມັກ​ຄີ - ປະ​ຊາ​ທິ​ປະ​ໄຕ - ປ່ຽນ​ແປງ​ໃໝ່ - ປະ​ດິດ​ຄິດ​ສ້າງ - ພັດ​ທະ​ນາ”, ກອງ​ປະ​ຊູມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ແນວ​ໂຮມ​ປະ​ເທດ​ຊາດຫວຽດ​ນາມ​ຄັ້ງ​ທີ XI ຈະ​ເປີດ​ໄລ​ຍະ​ພັດ​ທະ​ນາ​ໃໝ່​ຂອງວຽກ​ງານ​ແນວ​ໂຮມ, ເຊິ່ງ​ແມ່ນ​ບ່ອນ​ທຸກກ​ານ​ເຄື່ອນ​ໄຫວ​ລ້ວນ​ແຕ່​ມຸ່ງ​ໄປ​ເຖິງ​ຮາກ​ຖານ ຖື​ຄວາມ​ຜາ​ສຸກ, ຄວາມ​ເພິ່ງ​ພໍ​ໃຈ​ຂອງ​ປະ​ຊາ​ຊົນ​ເປັນ​ເປົ້າ​ໝາຍ.


top