• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ສຸດຍອດ​ດຳ​ເນີນ​ທຸ​ລະ​ກິດ ຫວຽດ​ນາມ - ສ.ເກົາຫຼີ

ປັດຈຸບັນ, ຫວຽດນາມດຶງດູດວິສາຫະກິດ FDI ໄດ້ 29.000 ແຫ່ງທີ່ມາຈາກ 130 ປະເທດ ແລະ ເຂດແຄ້ວນມາລົງທຶນຢູ່ ຫວຽດນາມ ດ້ວຍຄຳໝັ້ນສັນຍາຈະລົງທຶນປະມານ 357 ຕື້ USD. ຫວຽດນາມພວມກາຍເປັນຈຸດນັດພົບທີ່ມີຄວາມປອດໄພໃຫ້ແກ່ບັນດານັກລົງທຶນ.

ທ່ານຮອງນາຍົກລັດຖະມົນ ຫວຽດນາມ ຈິ້ງດິ່ງຢຸງກ່າວຄຳເຫັນທີ່ ກອງປະຊຸມ (ພາບ: VGP)

ຕອນເຊົ້າ ວັນທີ 9 ພະຈິກ, ເມື່ອເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດດຳເນີນທະລຸກິດ ຫວຽດນາມ - ສ.ເກົາຫຼີ, ທ່ານຮອງນາຍົກລັດຖະມົນ ຫວຽດນາມ ຈິ້ງດິ່ງຢຸງ ຢັ້ງຢືນວ່າ: ຫວຽດນາມຖືຜົນສຳເລັດຂອງບັນດາວິສາຫະກິດ ສ.ເກົາຫຼີແມ່ນຜົນສຳເລັດຂອງບັນດາວິສາຫະກິດພາຍໃນປະເທດ, ພ້ອມທັງໃຫ້ຮູ້ວ່າ, ໃນອະນາຄົດການພົວພັນຮ່ວມມືຫວຽດນາມ ແລະ ສ.ເກົາຫຼີແມ່ນຂຶ້ນກັບວິໄສທັດ, ເຈດຈຳນົງຍືນຕົວຂຶ້ນ ແລະ ຄວາມຂະຫຍັນຂັນເຄື່ອນ, ການປະດິດສ້າງ ຂອງຖັນແຖວນັກທຸລະກິດ 2 ປະເທດ. ກອງປະຊຸມຄັ້ງນີ້ໂດຍແມ່ນຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ແລະ ຄະນະກຳມະການປະຊາຊົນແຂວງກ໋ວາງນາມ ສົມທົບກັນຈັດຕັ້ງ ຢູ່ເຂດເສດຖະກິດເປີດ ຈູລາຍ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຈິ້ງດິ່ງຢຸງ ໃຫ້ຮູ້ວ່າ:   

        ດ້ວຍເປົ້າໝາຍຍົກວົງເງິນການຄ້າກັບ ສ.ເກົາຫຼີຂຶ້ນເປັນ 100 ຕື້ USD ໃນປີ 2020ນັ້ນ, ຫວຽດນາມປາດຖະໜາຢາກຊຸກຍູ້ການພົວພັນດ້ານການຄ້າສອງຝ່າຍຕາມທິດເທົ່າທຽມກັນ. ຫວຽດນາມປາດຖະໜາຢາກໃຫ້ ສ.ເກົາຫຼີສ້າງເງື່ອນໄຂສະດວກກ່ວາອີກເພື່ອໃຫ້ ຜະລິດຕະພັນການກະເສດ - ສິນໃນນ້ຳ ແລະ ບັນດາຜະລິດຕະພັນທີ່ມີທ່າແຮງຂອງ ຫວຽດນາມຄື ເຄື່ອງຕັດຫຍິບ, ຜະລິດຕະພັນໄມ້, ຢາງພາລາ…ໄດ້ສຳຜັດກັບຕະຫຼາດ ສ.ເກົາຫຼີ.

(ແຫຼ່ງຄັດຈາກ VOV)

ການ​ທູດ​ສະ​ພາ​ແຫ່ງ​ຊາດ​ຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຊຸດ​ກັບ​ການ​ທູດ​ພ​ັກ, ການ​ທູດ​ລັດ ແລະ ການ​ທູດ​ປະ​ຊາ​ຊົນ

ການ​ທູດ​ສະ​ພາ​ແຫ່ງ​ຊາດ​ຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຊຸດ​ກັບ​ການ​ທູດ​ພ​ັກ, ການ​ທູດ​ລັດ ແລະ ການ​ທູດ​ປະ​ຊາ​ຊົນ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ຮຽກ​ຮ້ອງວ່າ​ວຽກ​ງານ​ປະ​ສາ​ນ​ສົມ​ທົບ​ຕ້ອງ​ໄດ້​ຕ​ປະ​ບິດ​ໂດຍ​ໄວ, ຈາກ​ໄກ, ນັບ​ແຕ່​ຂັ້ນ​ຕອນ​ຄົ້ນ​ຄ້​ວາ, ຄາດ​ຄະ​ເນ ແລະ ເປັນ​ເສ​ນາ​ທິ​ການ​ແຜນ​ນະ​ໂຍ​ບາຍ, ແທນ​ທີ່​ແກ້​ໄຂວຽກ​ງານ​ເມື່ອ​ເກີດ​ຂຶ້ນ.

Top