• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ສຳ​ມະ​ນາ ທະ​ເລ​ຕາ​ເວັນ​ອອກ​ຄັ້ງ​ທີ 14: ມຸ່ງ​ໄປ​ເຖິງ​ສັນ​ຕິ​ວິ​ທີ ໃນ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ

ບັນດາຄຳເຫັນຢູ່ກອງປະຊຸມຖືວ່າ ບັນດາປະເທດຕ້ອງຮ່ວມມືກັນເພື່ອຮັບຮູ້ບັນດາໄພນາບຂູ່ຊ້ອນແຝງທາງທະເລ, ບັນດາສິ່ງທ້າທາຍຫາກໍ່ພົ້ນເດັ່ນຂຶ້ນ ແລະ ພ້ອມກັນກະທຳ ເພື່ອສະກັດກັ້ນ.
ເກາະເຈື່ອງຊາ ໃຫຍ່ຂຶ້ນກັບໝູ່ເກາະເຈື່ອງຊາຂອງ ຫວຽດນາມ (ພາບ: baochinhphu)

ກອງປະຊຸມສຳມະນາທະເລຕາເວັນອອກຫາກໍ່ຈັດຂຶ້ນຢູ່ນະຄອນຫຼວງ ວໍຊິງຕັນ (ປະເທດ ອາເມລິກາ) ໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການຮ່ວມມືມຸ່ງໄປເຖິງການແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິິວິທີສຳລັບທຸກປະເທດທີ່ກ່ຽວຂ້ອງກໍ່ຄືຜົນປະໂຫຍດໃນພາກພື້ນ. ນີ້ແມ່ນກອງປະຊຸມສຳມະນາ ກ່ຽວກັບທະເລຕາເວັນອອກຄັ້ງທີ 14 ໂດຍສູນຄົ້ນຄ້ວາຍຸດທະສາດສາກົນ ອາເມລິກາ ຈັດຂຶ້ນດ້ວຍການເຂົ້າຮ່ວມຂອງນັກຮຽນຮູ້, ນັກການທູດ ແລະ ນັກຄົ້ນຄ້ວາ ໃນທົ່ວໂລກ. ບັນດາຄຳເຫັນຢູ່ກອງປະຊຸມຖືວ່າ ບັນດາປະເທດຕ້ອງຮ່ວມມືກັນເພື່ອຮັບຮູ້ບັນດາໄພນາບຂູ່ຊ້ອນແຝງທາງທະເລ, ບັນດາສິ່ງທ້າທາຍຫາກໍ່ພົ້ນເດັ່ນຂຶ້ນ ແລະ ພ້ອມກັນກະທຳ ເພື່ອສະກັດກັ້ນ. ທ່ານ ປ.ອ ຫງວຽນຮູ່ງເຊີນ, ຮອງຫົວໜ້າສະຖາບັນການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:

ມີຫຼາຍປະເທດຍົກສູງເລື່ອງບັນດາປະເທດ, ພິເສດແມ່ນບັນດາປະເທດໃຫຍ່, ຕ້ອງປະຕິບັດຕາມກົດໝາຍສາກົນຢູ່ທະເລຕາເວັນອອກຢ່ງເຂັ້ມງວດ, ຕ້ອງເປັນແບບຢ່າງທີ່ດີໃນການປະພຶດຢ່າງມີຄວາມຮັບຜິດຊອບ, ຮັບປະກັນການຮັກສາສັນຕິພາບ ແລະ ສະຖຽນລະພາບ. ພິເສດແມ່ນບັນດາປະເທດກໍ່ຕ້ອງຍົກສູງເລື່ອງບັນດາປະເທດໃຫຍ່ ຕ້ອງຮ່ວມມືກັນ ເພື່ອພ້ອມກັນຮັກສາສະຖຽນລະພາບລວມ, ຍ້ອນວ່າ ບໍ່ມີຝ່າຍໃດເຖິງວ່າປະເທດນ້ອຍ ຫຼື ໃຫຍ່ ຢາກໃຫ້ພາກພື້ນອາຊີ ປາຊີຟິກຕົກເຂົ້າສູ່ສະພາບການສັບສົນ ຄ້າຍຄືກັນກັບບັນດາພາກພື້ນອື່ນໆໃນໂລກ.

(ແຫຼ່ງຄັດຈາກ VOV)

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຕອນຄ່ຳວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີເຊີດຊູ ແລະ ມອບນາມມະຍົດຊາວກະສິກອນ ຫວຽດນາມ ດີເດັ່ນ 40 ປີແຫ່ງການປ່ຽນໃໝ່ປີ 2026.

Top