• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ສຳ​ຄັນ​ກ່ອນ​ດຳ​ເນີນກອງ​ປະ​ຊຸມ COP28 ບໍ່​ບັນ​ລຸ​ໄດ້​ໝາກ​ຜົນ

ກອງປະຊຸມຂອງຄະນະກຳມະການຜັນຂະຫຍາຍກອງທຶນ “ການເສຍຫາຍ” ຍ້ອນການປ່ຽນແປງຂອງດິນຟ້າອາກາດ ຖືກດຳເນີນຢູ່ ອີຢິບ, ໄດ້ສິ້ນສຸດລົງ ແຕ່ບໍ່ບັນລຸໄດ້ໝາກຜົນ ໃນສະພາບການ ບັນດາປະເທດຢູ່ຊີກໂລກເໜືອ ແລະ ໃຕ້ ຍັງບໍ່ທັດສະນະແຕກຕ່າງກັນໃນບາງບັນຫາ.
ສະພາບການ ຢູ່ເກາະ Greenland (ພາບ: AFP/TTXVN)

ວັນທີ 21 ຕຸລາ, ກອງປະຊຸມຂອງຄະນະກຳມະການຜັນຂະຫຍາຍກອງທຶນ “ການເສຍຫາຍ” ຍ້ອນການປ່ຽນແປງຂອງດິນຟ້າອາກາດ ຖືກດຳເນີນຢູ່ ອີຢິບ, ໄດ້ສິ້ນສຸດລົງ ແຕ່ບໍ່ບັນລຸໄດ້ໝາກຜົນ ໃນສະພາບການ ບັນດາປະເທດຢູ່ຊີກໂລກເໜືອ ແລະ ໃຕ້ ຍັງມີທັດສະນະແຕກຕ່າງກັນໃນບາງບັນຫາ. ນີ້ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາເຫດການສຳຄັນ ກ່ອນດຳເນີນກອງປະຊຸມສຸດຍອດຄັ້ງທີ 28 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP28).

ໃນກອງປະຊຸມ, ບັນດາຄະນະໄດ້ເຈລະຈາກ່ຽວກັບຂໍ້ຕົກລົງສະບັບໜຶ່ງ ແນໃສ່ສ້າງຕັ້ງກອງທຶນສະເພາະໃຫ້ແກ່ການໜູນຊ່ວຍບັນດາປະເທດທີ່ມີຄວາມສ່ຽງຖືກຜົນກະທົບໃນການຮັບມື ແລະ ແກ້ໄຂຜົນເສຍຫາຍ ຍ້ອນການປ່ຽນແປງຂອງດິນຟ້າອາກາດກໍ່ຂຶ້ນ. ເລື່ອງບັນດາຝ່າຍເຫັນດີສ້າງກອງທຶນດັ່ງກ່າວ ໄດ້ຮັບຖືວ່າແມ່ນຜົນງານຂອງກອງປະຊຸມ COP 27 ຢູ່ ອີຢິບ ໃນປີກາຍ, ແຕ່ຂາດແຜນການຜັນຂະຫຍາຍລະອຽດ. ປີນີ້, ໄດ້ດຳເນີນຫຼາຍວາລະປຶກສາຫາລື ເພື່ອເອກະພາບກ່ຽວກັບບັນດາເນື້ອໃນພື້ນຖານ ເປັນຕົ້ນແມ່ນໂຄງສ້າງ, ຝ່າຍຊົມໃຊ້ຜົນປະໂຫຍດ ແລະ ຝ່າຍປະກອບສ່ວນ - ເຊິ່ງລ້ວນແຕ່ແມ່ນບັນດາບັນຫາທີ່ປະເທດຮັ່ງມີກວ່າ ມີຄວາມສົນໃຈທີ່ສຸດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຈະ​ພ້ອມ​ກັບ ​ລາວ ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ແກ່​ສາຍ​ພົວ​ພັນ​ທີ່​ຍິ່ງ​ໃຫຍ່, ຄວາ​ມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ

ຫວຽດ​ນາມ ຈະ​ພ້ອມ​ກັບ ​ລາວ ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ແກ່​ສາຍ​ພົວ​ພັນ​ທີ່​ຍິ່ງ​ໃຫຍ່, ຄວາ​ມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ

ທ່ານເລຂາທິການໃຫຍ່ ໂຕເລິມ ກໍ່ສະເໜີກະຊວງການຕ່າງປະເທດສອງປະເທດສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດກະກຽມໃຫ້ດີທີ່ສຸດບັນດາການເຄື່ອນໄຫວທາງການທູດສຳຄັນໃນໄລຍະຈະມາເຖິງ, ເປັນຕົ້ນແມ່ນໃນປີ 2025, ສອງປະເທດລວ້ນແຕ່ມີບັນດາເຫດການສຳຄັນ.

Top