• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ອາ​ຊຽນ-ອົດສະຕາລີ ສະ​ໄໝພິ​ເສດກ່ຽວ​ກັບ ໂລກ​ລະ​ບາດ​ໂຄວິດ-19 ຜ່ານ​ທາງ​ອອນ​ລາຍ

ກອງປະຊຸມລັດຖະມົນຕີ ອາຊຽນ-ອົດສະຕາລີ ສະໄໝພິເສດກ່ຽວກັບ ໂລກລະບາດໂຄວິດ-19 ໄດ້ດຳເນີນໃນວັນທີ 30 ມິຖຸນາ ຜ່ານທາງອອນລາຍ, ດ້ວຍການເຂົ້າຮ່ວມຂອງບັນດາລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ. 

ທ່ານ ຫງວຽນກວກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າ SOM ອາຊຽນ ຂອງ ຫວຽດນາມ (ພາບ: TTXVN) 

ທ່ານ ຫງວຽນກວກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າ SOM ອາຊຽນ ຂອງ ຫວຽດນາມ, ໄດ້ຕາງໜ້າໃຫ້ ຫວຽດນາມ ໃນບົດບາດເປັນປະທານ ອາຊຽນ ເຂົ້າຮ່ວມກອງປະຊຸມ.

ທີ່ກອງປະຊຸມ, ສອງຝ່າຍໄດ້ເຫັນດີຍູ້ແຮງການສົມທົບແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ, ເພື່ອຍົກສູງກຳລັງຄວາມສາມາດກະກຽມຮັບມື ແລະ ການຮ່ວມມືຄວບຄຸມ, ສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນ; ພິເສດແມ່ນການສົມທົບຢ່າງແໜ້ນແຟ້ນໃນຄວາມມານະພະຍາຍາມຄົ້ນຄ້ວາ ແລະ ຜະລິດວັກຊິນກັນພະຍາດໂຄວິດ-19 ແລະ ຢາປິ່ນປົວ. ບັນດາຝ່າຍກໍ່ຢັ້ງຢືນຄືນໃໝ່ກ່ຽວກັບຄຳໝັ້ນສັນຍາໜູນຊ່ວຍພົນລະເມືອງຂອງກັນທີ່ຖືກຜົນສະທ້ອນຍ້ອນເຊື້ອພະຍາດ, ສ້າງເງື່ອນໄຂໃຫ້ກັບຄືນບ້ານເກີດເມືອງນອນຖ້າມີຄວາມຕ້ອງການ ແລະ ໃນເງື່ອນໄຂທີ່ເໝາະສົມ. ໄປຄຽງຄູ່ກັນນັ້ນ, ແມ່ນເພີ່ມທະວີຍາດແຍ່ງບັນດາກົນໄກທີ່ມີຢູ່ແລ້ວ, ບັນດາໂຄງການໜູນຊ່ວຍດ້ານເສດຖະກິດ ແລະ ການຮ່ວມມືພັດທະນາຂອງ ອົດສະຕາລີ, ພະຍາຍາມສຳເລັດການລົງນາມສັນຍາ RCEP ໂດຍໄວ.

ກ່າວຄຳເຫັນໃນນາມເປັນຜູ້ຕາງໜ້າໃຫ້ ຫວຽດນາມ ດ້ວຍບົດບາດເປັນປະທານ ອາຊຽນ, ທ່ານ ຫງວຽນກວກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ ອາຊຽນ ແລະ ອົດສະຕາລີ ຕ້ອງຍົກສູງສະຕິລະວັງຕົວຕໍ່ກະແສຟອງໂລກລະບາດອາດຈະລະບາດຮອບ 2; ເອົາໃຈໃສ່ຮັບປະກັນສິດຜົນປະໂຫຍດ ແລະ ການປະພຶດຢ່າງມີຄວາມສະເໝີພາບຕໍ່ພົນລະເມືອງຂອງບັນດາປະເທດ ອາຊຽນ ຢູ່ ອົດສະຕາລີ ແລະ ຍູ້ແຮງການຮ່ວມມືຫຼຸດຜ່ອນຜົນກະທົບຂອງໂລກລະບາດທີ່ມີຕໍ່ເສດຖະກິດ-ສັງຄົມເພື່ອມຸ່ງໄປເຖິງການຟື້ນຟູແບບຍືນຍົງ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top