• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຂະ​ບວນ​ການບໍ່​ຮ່ວມ​ກຸ່ມ

ໃນວັນທີ 5-6 ກໍລະກົດ, ຢູ່ນະຄອນຫຼວງ Baku ປະເທດ Azerbaijan ໄດ້ຈັດກອງປະຊຸມລັດຖະມົນຕີຂະບວນການບໍ່ຮ່ວມກຸ່ມດ້ວຍຫົວເລື່ອງ “ບໍ່ຮ່ວມກຸ່ມ: ສາມັກຄີ ແລະ ປະເຊີນໜ້າກັບບັນດາສິ່ງທ້າທາຍຫາກໍ່ເກີດຂຶ້ນຢ່າງໝັ້ນຄົງ”.
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດ້ຮຸ່ງຫວຽດ ກ່າວຄຳເຫັນທີ່ກອງປະຊຸມ

ກອງປະຊຸມໄດ້ສຸມໃສ່ແລກປ່ຽນ ແລະ ຮັບຮອງເອົາເອກະສານສະບັບສຸດທ້າຍຂອງບັນດາທ່ານລັດຖະມົນຕີຂະບວນການບໍ່ຮ່ວມກຸ່ມບັນດາບັນຫາສາກົນ ແລະ ພາກພື້ນທີ່ສຳຄັນ ກໍ່ຄືວຽກງານກະກຽມໃຫ້ແກ່ກອງປະຊຸມຂັ້ນສູງຂະບວນການບໍ່ຮ່ວມກຸ່ມຄັ້ງທີ 19 ທີ່ຈະຈັດຂຶ້ນຢູ່ Kampala, Uganda, ໃນເດືອນມັງກອນປີ 2024. ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີຜູ້ຕາງໜ້າ 80 ທ່ານຂອງບັນດາປະເທດສະມາຊິກຂະບວນການບໍ່ຮ່ວມກຸ່ມ, ບັນດາປະເທດ, ອົງການຈັດຕັ້ງພາກພື້ນ, ສາກົນ ແມ່ນຜູ້ສັງເກດການຂະບວນການບໍ່ຮ່ວມກຸ່ມ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດ້ຮຸ່ງຫວຽດ ເຂົ້າຮ່ວມກອງປະຊຸມ.

ກ່າວຄຳເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດ້ຮຸ່ງຫວຽດ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ໄດ້ປະຕິບັດແນວທາງການຕ່າງປະເທດເອກະລາດ: ເປັນເຈົ້າຕົນເອງ, ເພື່ອປົກປ້ອງຜົນປະໂຫຍດຂອງປະເທດຊາດ-ຊົນຊາດໃນລະດັບສູງສຸດ. ເນື່ອງໃນໂອກາດນີ້, ທ່ານໄດ້ອັບເດັດສະພາບການຢູ່ທະເລຕາເວັນອອກ ແລະ ຮຽກຮອງໃຫ້ບັນດາປະເທດສະມາຊິກຂະບວນການບໍ່ຮ່ວມກຸ່ມ ສະໜັບສະໜູນຫຼັກໝັ້ນຂອງ ອາຊຽນ ກ່ຽວກັບບັນຫານີ້.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.

Top