• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ຢູ່ ອາ​ຣັບ​ບິ ຊາ​ອຸ​ດິ ຊ່ວຍ​ປັ​ບ​ປຸງ​ພື້ນ​ຖານ​ສັນ​ຕິ​ພາບ​ຢູ່ ຢູ​ແກຼນ

ກະຊວງການຕ່າງປະເທດ ຈີນ ໄດ້ຊີ້ແຈ້ງວ່າ ການເຈລະຈາສາກົນ ທີ່ໄດ້ດຳເນີນຢູ່ ອາຣັບບິ ຊາອຸດິ ໃນທ້າຍອາທິດຜ່ານມາ ໄດ້ຊ່ວຍ “ປັບປຸງຄວາມເຫັນດີເປັນພ້ອມສາກົນ”.
ບັນດາການນຳເຂົ້າຮ່ວມກອງປະຊຸມ (ພາບ: REUTERS)

ວັນທີ 7 ສິງຫາ, ໂຄສົກລັດຖະບານ ເຢຍລະມັນ ໃຫ້ຮູ້ວ່າ ກອງປະຊຸມສັນຕິພາບ ຢູແກຼນຢູ່ ນະຄອນ Jeddah ຂອງອາຣັບບິ ຊາອຸດິ ເຊິ່ງດຳເນີນໃນລະຫວ່າງວັນທີ 5 - 6 ສິງຫາ ໄດ້ປະສົບຜົນສຳເລັດ, ຍ້ອນວ່າເຫດການນີ້ສະແດງໃຫ້ເຫັນເຈດຕະນາດີ ຂອງປະຊາຄົມສາກົນໃນການພ້ອມກັນຮ່ວມມື ມຸ່ງໄປສູ່ການຢຸດຕິການປະທະນກັນຢູ່ປະເທດ ຢູແກຼນ. ໃນການຖະແຫຼງຂ່າວຢູ່ Berlin, ເຈົ້າໜ້າທີ່ຄົນດັ່ງກ່າວໄດ້ຊີ້ແຈ້ງວ່າ ເຢຍລະມັນ ຈະສືບຕໍ່ເຂົ້າຮ່ວມວິວັດທະນາການນີ້.

ແລະກໍ່ໃນວັນດຽວກັນ ໃນຖະແຫຼງການດ້ວຍເອກະສານທີ່ສົ່ງໄປຍັງສຳນັກຂ່າວສານ Reuters, ກະຊວງການຕ່າງປະເທດ ຈີນ ໄດ້ຊີ້ແຈ້ງວ່າ ການເຈລະຈາສາກົນ ທີ່ໄດ້ດຳເນີນຢູ່ ອາຣັບບິ ຊາອຸດິ ໃນທ້າຍອາທິດຜ່ານມາ ໄດ້ຊ່ວຍ “ປັບປຸງຄວາມເຫັນດີເປັນພ້ອມສາກົນ”. ກະຊວງການຕ່າງປະເທດ ຈີນ ຢັ້ງຢືນວ່າ ປັກກິ່ງ ຈະສືບຕໍ່ເພີ່ມທະວີການເຈລະຈາ ໂອຍອີງຕາມບັນດາຂໍ້ສະເໜີສັນຕິພາບ ແລະ “ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ”.

(ແຫຼ່ງຄັດຈາກ VOV)

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ໄດ້ດຳເນີນວາລະໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນທີ່ການໄຂກອງປະຊຸມ.

Top