• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ທາງ​ອອນ​ລາຍ​ທົ່ວ​ປະ​ເທດ​ຂອງ​ລັດ​ຖະ​ບານ ແລະ ບັນ​ດາ​ທ້ອງ​ຖິ່ນ

ຕອນເຊົ້າວັນທີ 10 ເມສາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານ ກອງປະຊຸມທາງອອນລາຍທົ່ວປະເທດຂອງລັດຖະບານ ແລະ ບັນດາທ້ອງຖິ່ນກ່ຽວກັບບັນດາມາດຕະການ, ໜ້າທີ່ໃຫ້ແກ່ 4 ເນື້ອໃນໃຫ່ຍໃນການຮັບມືກັບການກະທົບຈາກໂລກລະບາດໂຄວິດ-19 ຕໍ່ທຸກດ້ານໃນຊີວິດສັງຄົມໂດຍສັງລວມ ແລະ ຮອບດ້ານ.

ພາບ: VGP

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ: ໂລກລະບາດໂຄວິດ-19 ໄດ້ມີການກະທົບຢ່າງເລິກເຊິ່ງເຖິງຫຼາຍຂະແໜງ, ຂົງເຂດ. ເຖິງວ່າໃນໄຕມາດທີ 1 ປີ 2020 ລະດັບເຕີບໂຕເສດຖະກິດຂອງຫວຽດນາມ ສູງກ່ວາໝູ່ໃນພາກພື້ນ (ຄື 3,82%)  ) ກໍ່ຕາມ ແຕ່ກໍ່ຍັງແມ່ນລະດັບຕ່ຳກ່ວາໝູ່ໃນຮອບເວລາ 10 ປີທີ່ຜ່ານມາ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຊີ້ແຈ້ງວ່າ:

   ກອງປະຊຸມຄັ້ງນີ້ ອາດຈະເວົ້າໄດ້ວ່າແມ່ນກອງປະຊຸມອອນລາຍ 4 ໃນ 1 ເພື່ອແນໃສ່ລະດົມທຸກແຫຼ່ງກຳລັງຂອງປະເທດຊາດດ້ວຍຄວາມຕັດສິນໃຈ, ນ້ຳໃຈຮັກຊາດ, ອົງອາດກ້າແກ່ນຂອງປະຊາຊົນຫວຽດນາມ ເພື່ອຍາດເອົາໄຊຊະນະໃນການຕ້ານໂລກລະບາດໂຄວິດ-19; ພ້ອມກັນນັ້ນ ກໍ່ຕ້ອງມານະພະຍາຍາມບືນຕົວຂຶ້ນຜ່ານຜ່າຄວາມຫຍຸ້ງຍາກໃນການຜະລິດ ແລະ ການໃຊ້ຊີວິດ. ໜ້າທີ່ຂອງພວກເຮົາແມ່ນຕ້ອງປະຕິບັດບັນດາມາດຕະການຢ່າງເຂັ້ມງວດ, ກ່ອນອື່ນໝົດ ແມ່ນບໍ່ໃຫ້ໂລກລະບາດແຜ່ລາມ, ຄວບຄຸມໂລກລະບາດໃຫ້ໄດ້ໂດຍໄວ.

  ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຮຽກຮ້ອງວ່າ: ກອງປະຊຸມຕ້ອງຍົກອອກບັນດາກົນໄກ, ນະໂຍບາຍລະອຽດ, ຖືກຕ້ອງ, ກະກຽມບັນດາມາດຕະການເພື່ອໃຫ້ພື້ນຖານເສດຖະກິດ, ວິສາຫະກິດສາມາດພັດທະນາຫຼັງໂລກລະບາດ. ທ່ານສະເໜີວ່າ:

  ພວກຂ້າພະເຈົ້າຢາກເນັ້ນໜັກເຖິງບົດບາດຂອງບັນດາສູນເສດຖະກິດ, ບັນດາເຂດເສດຖະກິດຈຸດສຸມ, ບັນດາແຂວງ, ນະຄອນໃຫ່ຍແມ່ນສຳຄັນທີ່ສຸດ. ສະເໜີໃຫ້ບັນດາທ່ານເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນທ້ອງຖິ່ນຕ່າງໆ ຈົ່ງສຸມໃສ່ຊີ້ນຳ, ແກ້ໄຂຄວາມຫຍຸ້ງຍາກ, ມານະພະຍາຍາມພ້ອມກັບລັດຖະບານ ແລະ ທົ່ວປະເທດ ປະຕິບັດໜ້າທີ່ພັດທະນາເສດຖະກິດສັງຄົມ. ພ້ອມກັນນັ້ນ ພວກຂ້າພະເຈົ້າກໍ່ເນັ້ນໜັກເຖິງບົດບາດຂອງບັນດາພາກສ່ວນວິສາຫະກິດ ໃນການປະກອບສ່ວນແກ້ໄຂວຽກເຮັດງານທຳ ແລະ ການເຕີບໂຕ.

 (ແຫຼ່ງຄັດຈາກ VOV)

ນຳ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ກາຍ​ເປັນ​ກຳ​ລັງ​ໜູນ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ນຳ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ກາຍ​ເປັນ​ກຳ​ລັງ​ໜູນ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ຮ່າງ​ກົດ​ໝາຍ​ໄດ້​ອອກ​ແບບ​ສຸມ​ໃສ່​ 7 ກຸ່ມເນື້ອ​ໃນ​ໃຫຍ່, ໃນ​ນັ້ນ​ມີ​ການ​ພັດ​ທະ​ນາ ສະ​ພາບ​ນິ​ເວດ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ, ຊັບ​ສິນ​ທາງ​ປັນ​ຍາ, ຊັບ​ພະ​ຍາ​ກອນ​ມະ​ນຸດ, ພື້ນ​ຖານ​ໂຄງ​ລ່າງ, ຕະຫຼາດ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ ພ້ອມ​ກັບ​ນະ​ໂຍ​ບາຍ​ການ​ເງິນ ແລະ ການ​ໜູນ​ຊ່ວຍ, ບຸ​ລິ​ມະ​ສິດ​ການ​ລົງ​ທຶນ.

Top