ຂ່າວສານ

ກອງ​ປະ​ຊຸມ​ທາງ​ອອນ​ລາຍ​ທົ່ວ​ປະ​ເທດ​ຂອງ​ລັດ​ຖະ​ບານ ແລະ ບັນ​ດາ​ທ້ອງ​ຖິ່ນ

ຕອນເຊົ້າວັນທີ 10 ເມສາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານ ກອງປະຊຸມທາງອອນລາຍທົ່ວປະເທດຂອງລັດຖະບານ ແລະ ບັນດາທ້ອງຖິ່ນກ່ຽວກັບບັນດາມາດຕະການ, ໜ້າທີ່ໃຫ້ແກ່ 4 ເນື້ອໃນໃຫ່ຍໃນການຮັບມືກັບການກະທົບຈາກໂລກລະບາດໂຄວິດ-19 ຕໍ່ທຸກດ້ານໃນຊີວິດສັງຄົມໂດຍສັງລວມ ແລະ ຮອບດ້ານ.

ພາບ: VGP

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ: ໂລກລະບາດໂຄວິດ-19 ໄດ້ມີການກະທົບຢ່າງເລິກເຊິ່ງເຖິງຫຼາຍຂະແໜງ, ຂົງເຂດ. ເຖິງວ່າໃນໄຕມາດທີ 1 ປີ 2020 ລະດັບເຕີບໂຕເສດຖະກິດຂອງຫວຽດນາມ ສູງກ່ວາໝູ່ໃນພາກພື້ນ (ຄື 3,82%)  ) ກໍ່ຕາມ ແຕ່ກໍ່ຍັງແມ່ນລະດັບຕ່ຳກ່ວາໝູ່ໃນຮອບເວລາ 10 ປີທີ່ຜ່ານມາ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຊີ້ແຈ້ງວ່າ:

   ກອງປະຊຸມຄັ້ງນີ້ ອາດຈະເວົ້າໄດ້ວ່າແມ່ນກອງປະຊຸມອອນລາຍ 4 ໃນ 1 ເພື່ອແນໃສ່ລະດົມທຸກແຫຼ່ງກຳລັງຂອງປະເທດຊາດດ້ວຍຄວາມຕັດສິນໃຈນ້ຳຈຮັກຊາດອົງອາດກ້າແກ່ນຂອງປະຊາຊົນຫວຽດນາມ ເພື່ອຍາດເອົາໄຊຊະນະໃນການຕ້ານໂລກລະບາດໂຄວິດ-19; ພ້ອມກັນນັ້ນ ກໍ່ຕ້ອງມານະພະຍາຍາມບືນຕົວຂຶ້ນຜ່ານຜ່າຄວາມຫຍຸ້ງຍາກໃນການຜະລິດ ແລະ ການໃຊ້ຊີວິດໜ້າທີ່ຂອງພວກເຮົາແມ່ນຕ້ອງປະຕິບັດບັນດາມາດຕະການຢ່າງເຂັ້ມງວດກ່ອນອື່ນໝົດ ແມ່ນບໍ່ໃຫ້ໂລກລະບາດແຜ່ລາມຄວບຄຸມໂລກລະບາດໃຫ້ໄດ້ໂດຍໄວ.

  ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຮຽກຮ້ອງວ່າ: ກອງປະຊຸມຕ້ອງຍົກອອກບັນດາກົນໄກ, ນະໂຍບາຍລະອຽດ, ຖືກຕ້ອງ, ກະກຽມບັນດາມາດຕະການເພື່ອໃຫ້ພື້ນຖານເສດຖະກິດ, ວິສາຫະກິດສາມາດພັດທະນາຫຼັງໂລກລະບາດ. ທ່ານສະເໜີວ່າ:

  ພວກຂ້າພະເຈົ້າຢາກເນັ້ນໜັກເຖິງບົດບາດຂອງບັນດາສູນເສດຖະກິດບັນດາເຂດເສດຖະກິດຈຸດສຸມບັນດາແຂວງນະຄອນໃຫ່ແມ່ນສຳຄັນທີ່ສຸດສະເໜີໃຫ້ບັນດາທ່ານເລຂາພັກແຂວງປະທານຄະນະກຳມະການປະຊາຊົນທ້ອງຖິ່ນຕ່າງໆ ຈົ່ງສຸມໃສ່ຊີ້ນຳແກ້ໄຂຄວາມຫຍຸ້ງຍາກມານະພະຍາຍາມພ້ອມກັບລັດຖະບານ ແລະ ທົ່ວປະເທດ ປະຕິບັດໜ້າທີ່ພັດທະນາເສດຖະກິດສັງຄົມພ້ອມກັນນັ້ນ ພວກຂ້າພະເຈົ້າກໍ່ເນັ້ນໜັກເຖິງບົດບາດຂອງບັນດາພາກສ່ວນວິສາຫະກິດ ໃນການປະກອບສ່ວນແກ້ໄຂວຽກເຮັດງານທຳ ແລະ ການເຕີບໂຕ.

 (ແຫຼ່ງຄັດຈາກ VOV)


top