• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ຕາມ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ການ​ສ້າງ​ກົດ​ໝາຍ​ເດືອນ​ກຸມ​ພາ 2026

ໃນວິວັດທະນາການສ້າງກົດໝາຍຕ້ອງຫັນແຜນນະໂຍບາຍ, ນະໂຍບາຍຂອງພັກເປັນລະບອບລະບຽບການຢ່າງຄົບຖ້ວນ; ແກ້ໄຂຂໍ້ຕິດຂັດ, ຈຸດອຸດຕັນ, ຄວາມຫຍຸ້ງຍາກຈາກສະພາບການຕົວຈິງ; ພ້ອມທັງ, ຕ້ອງສຳຫຼວດກວດຄືນ, ຫຼຸດຜ່ອນລະບຽບການບໍລິຫານ, ການລົບກວນ, ຄ່າທຳນຽບຂອງປະຊາຊົນ, ວິສາຫະກິດຫຼາຍທີ່ສຸດເທົ່າທີ່ຫຼາຍໄດ້.
  ບັນຍາກາດຂອງກອງປະຊຸມ (ພາບ: VOV)  

ຕອນເຊົ້າວນັທີ 27 ກຸມພາ, ຢູູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ລັດຖະບານໄດ້ຈັດກອງປະຊຸມຕາມຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍເດືອນກຸມພາ 2026. ບັນດາສະມາຊິກລັດຖະບານ ໄດ້ຮັບຟັງການການສະເໜີໂດຍຫຍໍ້; ບົດລາຍງານອະພິປາຍ, ຮັບຟັງຄຳເຫັນ; ພ້ອມທັງປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງກົດໝາຍຈຳນວນໜຶ່ງ, ເຊັ່ນ: ກົດໝາຍວ່າດ້ວຍນະຄອນຫຼວງ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍສຳມະໂນຄົວ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການເຫຼື້ອມໃສ, ເຊື່ອຖືສາສະໜາ…

 ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ລະບອບລະບຽບການຕ້ອງໄປກ່ອນພາທາງ, ແນໃສ່ແກ້ໄຂບັນດາຈຸດອຸດຕັນ, ບັນດາບັນຫາເກີດຂຶ້ນໃນຕົວຈິງ, ນຳລະບອບລະບຽບການກາຍເປັນທ່າແຮງແກ້ງແຍ້ງແຫ່ງຊາດ. ມະຕິບັນດາກອງປະຊຸມໃຫຍ່ຄັ້ງມໍ່ໆມານີ້ຂອງພັກກໍຢັ້ງຢືນວ່າ: ການສ້າງ ແລະ ປັບປຸງລະບອບລະບຽບການໃຫ້ສົມບູນແບບແມ່ນໜຶ່ງໃນສາມເສົາຄ້ຳຍຸດທະສາດໃນການພັດທະນາປະເທດຊາດຢ່າງວ່ອງໄວ ແລະ ຍືນຍົງ. ດັ່ງນັ້ນ, ໃນວິວັດທະນາການສ້າງກົດໝາຍຕ້ອງຫັນແຜນນະໂຍບາຍ, ນະໂຍບາຍຂອງພັກເປັນລະບອບລະບຽບການຢ່າງຄົບຖ້ວນ; ແກ້ໄຂຂໍ້ຕິດຂັດ, ຈຸດອຸດຕັນ, ຄວາມຫຍຸ້ງຍາກຈາກສະພາບການຕົວຈິງ; ພ້ອມທັງ, ຕ້ອງສຳຫຼວດກວດຄືນ, ຫຼຸດຜ່ອນລະບຽບການບໍລິຫານ, ການລົບກວນ, ຄ່າທຳນຽບຂອງປະຊາຊົນ, ວິສາຫະກິດຫຼາຍທີ່ສຸດເທົ່າທີ່ຫຼາຍໄດ້.

(ແຫຼ່ງຄັດຈາກ VOV)

ການພົບປະສົນທະນາ ຫວຽດນາມ - ສ.ເກົາຫຼີ: ເພີ່ມທະວີການຮ່ວມມືຮອບດ້ານ

ການພົບປະສົນທະນາ ຫວຽດນາມ - ສ.ເກົາຫຼີ: ເພີ່ມທະວີການຮ່ວມມືຮອບດ້ານ

ການນຳ 2 ທ່ານໄດ້ເຫັນດີເພີ່ມທະວີການຮ່ວມມືຢ່າງຮອບດ້ານໃນຫຼາຍຂົງເຂດ, ພິເສດແມ່ນໃນຂົງເຂດປັນຍາປະດິດ (AI), ໂທລະຄົມມະນາຄົມ, ຄວາມປອດໄພທາງໄຊເບີ ແລະ ການຫັນເປັນດີຈີຕອນ.

Top